ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 30 ພະຈິກ 2021 ທີ່ກະຊວງສາທາລະນະສຸກ.

ໃນວັນທີ 29 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 6.273 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອໃໝ່ທັງໝົດ 1.291 ຄົນ (ເປັນຜູ້ຕິດເຊື້ອພາຍໃນທັງໝົດ) ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນທັງໝົດ 1.291 ຄົນ ຈາກ 18 ແຂວງ ມີລາຍລະອຽດດັ່ງນີ້:
- ນະຄອນຫຼວງວຽງຈັນ 615 ຄົນ ໃນ 197 ບ້ານ 8 ເມືອງ
- ແຂວງວຽງຈັນ 158 ຄົນ ໃນ 64 ບ້ານ 11 ເມືອງ
- ຜົ້ງສາລີ 126 ຄົນ
- ບໍ່ແກ້ວ 64 ຄົນ ໃນ 22 ບ້ານ 2 ເມືອງ
- ຫຼວງພະບາງ 51 ຄົນ ໃນ 51 ບ້ານ 11 ເມືອງ
- ຫຼວງນ້ຳທາ 28 ຄົນ ໃນ 17 ບ້ານ 3 ເມືອງ
- ສະຫວັນນະເຂດ 44 ຄົນ ໃນ 25 ບ້ານ 4 ເມືອງ
- ບໍລິຄຳໄຊ 32 ຄົນ
- ອຸດົມໄຊ 31 ຄົນ ໃນ 12 ບ້ານ 1 ເມືອງ
- ຊຽງຂວາງ 30 ຄົນ ໃນ 11 ບ້ານ 3 ເມືອງ
- ຄຳມ່ວນ 24 ຄົນ ໃນ 13 ບ້ານ 2 ເມືອງ
- ຈຳປາສັກ 19 ຄົນ ໃນ 16 ບ້ານ 5 ເມືອງ
- ໄຊສົມບູນ 19 ຄົນ ໃນ 5 ບ້ານ 3 ເມືອງ
- ຫົວພັນ 15 ຄົນ ໃນ 5 ບ້ານ 2 ເມືອງ
- ສາລະວັນ 13 ຄົນ ໃນ 7 ບ້ານ 2 ເມືອງ
- ໄຊຍະບູລີ 9 ຄົນ ໃນ 4 ບ້ານ 2 ເມືອງ
- ອັດຕະປື 9 ຄົນ ໃນ 9 ບ້ານ 2 ເມືອງ
- ແລະ ແຂວງເຊກອງ ມີ 4 ຄົນ ໃນ 3 ບ້ານ 1 ເມືອງ.
ມາຮອດວັນທີ 30 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ ມີທັງໝົດ 73.738 ຄົນ ເສຍຊີວິດສະສົມ 170 ຄົນ (ໃໝ່ 4) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 29 ພະຈິກ 2021 ຜ່ານມາ ຈຳນວນ 795 ຄົນ ແລະ ກໍາລັງປິ່ນປົວ 11.537 ຄົນ.
ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ຈຳນວນ 4 ຄົນ ມີດັ່ງນີ້:
- ຜູ້ທີ 1. ເພດຊາຍ ອາຍຸ 81 ປີ ບ້ານເກີນກາງ ເມືອງທຸລະຄົມ ແຂວງວຽງຈັນ
- ຜູ້ທີ 2. ເພດຍິງ ອາຍຸ 48 ປີ ບ້ານທ່າດິນແດງ ເມືອງໄຊທານີ ນວ
- ຜູ້ທີ 3. ເພດຊາຍ ອາຍ 78 ປີ ບ້ານໂພນແກ້ວ ເມືອງນາຊາຍທອງ ນວ ແລະ
- ຜູ້ທີ 4. ເປັນເພດຍິງ ອາຍູ 80 ປີ ບ້ານຮອ່ງແຊງ ເມືອງໄຊເສດຖາ ນວ.
ປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ 1.102 ບ້ານ 101 ເມືອງ ແລະ 18 ແຂວງ ບ້ານ ທີ່ກໍານົດເປັນເຂດແດງໃໝ່ມີ 14 ບ້ານ 8 ເມືອງ ແລະ 5 ແຂວງ ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 2 ບ້ານ 1 ເມືອງ.
ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອພະຍາດໂຄວິດ-19 ສະສົມໃນທົ່ວໂລກ ມີທັງໝົດ 262.276.681 ຄົນ (ໃໝ່ 413.750 ຄົນ) ເສຍຊິວິດທັງໝົດ 5.222.921 ຄົນ (ໃໝ່ 5.015 ຄົນ) ແລະ ປີ່ນປົວຫາຍດີ 236.777.725 ຄົນ (ໃໝ່ 357.518 ຄົນ).
# ຂ່າວ – ພາບ : ຊິລິການດາ