ສະມາຄົມນັກຂ່າວແຫ່ງ ສປ ຈີນ -ແຂວງຢຸນນານ ຈັດຊຸດສໍາມະນາໃຫ້ສື່ ມວນຊົນຂອງລາວ

ສະມາຄົມນັກຂ່າວແຫ່ງ ສປ ຈີນ ແລະ ສະມາຄົມນັກຂ່າວ ແຂວງຢຸນນານ ຮ່ວມກັບ ສະມາ ຄົມນັກຂ່າວແຫ່ງ ສປປ ລາວ ໃຫ້ແກ່ສື່ມວນຊົນຂອງລາວ ຈັດຊຸດສໍາມະນາທາງໃກ ແລະ ການ ທັດສະນະສຶກສາ ແນໃສ່ເພື່ອຍົກລະດັບ ແລະ ທັດທະນາສື່ແບບໃໝ່ ໂດຍຈະຮ່ວມກັນປຶກສາ ຫາລືໃນຫົວຂໍ້ທີ່ສໍາຄັນຕ່າງໆ ທີ່ປິ່ນອ້ອມ “ມິດຕະພາບ ລາວ-ຈີນ ແລະ ການເປີດລົດໄຟ ລາວ -ຈີນ”.

ການເປີດຊຸດສໍາມະນາ ແລະ ການທັດສະນະສຶກສາ ທີ່ຈັດຂຶ້ນໂດຍສະມາຄົມນັກຂ່າວແຫ່ງປະ ເທດຈີນ ແລະ ສະມາຄົມນັກຂ່າວ ແຂວງຢຸນນານ ໃຫ້ແກ່ສື່ມວນຊົນຂອງລາວ ຊຶ່ງເປັນວຽກງານ ທີ່ມີຄວາມສໍາຄັນ ທີ່ສຸດຕໍ່ນັກຂ່າວລາວຂອງພວກເຮົານັ້ນ ຖືວ່າເປັນການຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍຈະຮ່ວມກັນປຶກສາຫາລືໃນຫົວຂໍ້ທີ່ສໍາຄັນຕ່າງໆ ທີ່ປິ່ນອ້ອມ “ມິດ ຕະພາບ ລາວ-ຈີນ ແລະ ການເປີດລົດໄຟ ລາວ-ຈີນ” ແລະ ທັງເປັນການສ້າງສື່ແບບໃໝ່ ໃຫ້ ເປັນ ສື່ກະແສຫຼັກ ການຂຽນບົດຂ່າວ-ບົດຄວາມ-ບົດວິເຄາະ…ທີ່ຕິດພັນກັບການຮ່ວມມື ລາວ-ຈີນ ນອກນີ້ ຍັງຈະໄດ້ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍດ້ານ ຕິດພັນກັບສື່ມວນຊົນ ແລະ ວຽກອື່ນໆ ທີ່ປິ່ນອ້ອມສະມາຄົມນັກຂ່າວແຫ່ງປະເທດຈີນ ແລະ ສະມາຄົມນັກຂ່າວ ແຂວງ ຢຸນນານ.

ເຂົ້າຮ່ວມສໍາມະນາຊຸດນີ້ມີຝ່າຍຈີນມີ ທ່ານ ຖຽນ ອີ້ ຫົງ ເລຂາທິການສະມາຄົມນັກຂ່າວແຫ່ງ ສປ ຈີນ ທ່ານ ສູ ຖີ ອີ້ ປະທານສະມາຄົມນັກຂ່າວແຂວງຢຸນນານ ຝ່າຍລາວມີ ທ່ານ ສະຫວັນ ຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ຣັດສະໝີ ດວງສັດຈະ ເລ ຂາທິການສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍມີນັກຂ່າວລາວຈາກສໍານັກຂ່າວຕ່າງໆໃນ ຂອບເຂດທົ່ວປະເທດເຂົ້າຮ່ວມເຖິງ 20 ທ່ານ.

ຊຸດສໍາມະນາຄັ້ງນີ້ ຈະຈັດຂຶ້ນລະຫວ່າງ ວັນທີ 30 ພະຈິກ-10 ທັນວາ 2021 ນັກຂ່າວທີ່ເຂົ້າຮ່ວມ ແມ່ນຈະໄດ້ຮັບຟັງການບັນລະຍາຍໃນຫົວຂ້ໍສໍາຄັນຕ່າງໆທີ່ປິ່ນອ້ອມ “ມິດຕະພາບ ລາວ-ຈີນ ແລະ ການເປີດລົດໄຟ ລາວ-ຈີນ” ຄຽງຄູ່ກັນນັ້ນກໍຈະໄດ້ມີໂອກາດເດີນທາງທັກສະນະສຶກສາ ຕາມທາງ ລົດໄຟລາວຈີນນໍາອີກ.

error: Content is protected !!