ຕີລາຄາວຽກງານກີລາ-ກາຍຍະກຳທົ່ວປະເທດ 5 ປີຜ່ານມາ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກຳທົ່ວປະເທດ 5 ປີ (20216-2020) ແລະ ແຜນພັດທະນາ 5 ປີ (2021-2025) ແຜນວຽກຈຸດສຸມປະຈຳສົກປີ 2021-2022 ຈັດຂຶ້ນວັນທີ 29-30 ພະຈິກ 2021 ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ ແລະ ສັງຄົມ (ໂດຍຜ່ານລະບົບກອງປະຊຸມອອນລາຍ) ມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມບັນດາຫົວໜ້າກົມ ຄະນະກຳມະການ ປະທານສະຫະພັນກີລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ວິລາວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ກ່າວວ່າ:ໃນໄລ ຍະ 5 ປີຜ່ານມາ ຜູ້ບໍລິຫານການສຶກສາ ແລະ ກີລາແຕ່ລະຂັ້ນ ໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກຳມວນຊົນ ພະລະສຶກສາ 5 ປີ 2016-2020 ມີ 7 ຄາດໝາຍ ມີ 1 ຍຸດທະສາດ 15 ວຽກຈຸດສຸມ ແລະ ທົດລອງປະເມີນຜົນໄດ້ຮັບຕາມ 41 ຕົວຊີ້ບອກ ຖືເອົາການຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ນິຕິກຳລຸ່ມກົດໝາຍ ເປັນວຽກໜຶ່ງທີ່ສຳຄັນໃນການຄຸ້ມຄອງການເຄື່ອນໄຫວກິດຈະກຳກີລາ-ກາຍະກຳມວນຊົນ ພະລະສຶກສາ ແລະ ກີລາ ໄດ້ຮັບການສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການສ້າງຄູພະລະສຶກສາ ໄດ້ຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ ມີການປັບປຸງຫຼັກສູດໃຫ້ສອດຄ່ອງກັບສາຍສາມັນ ສາຍອະຊີວະສຶກສາ ການສຶກສາຊັ້ນສູງແຕ່ລະໄລຍະ ການກໍ່ສ້າງປັບປຸງພື້ນຖານໂຄງລ່າງ  ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນໃຫ້ພຽງພໍ   ສາມາດສ້າງຄູສະໜອງໃຫ້ແກ່ໂຮງຮຽນສາມັນສຶກສາເພີ່ມຂຶ້ນໃນແຕ່ລະປີ ໄດ້ມີການສົ່ງເສີມໃຫ້ໂຮງຮຽນແຫ່ງຕ່າງໆຈັດຕັ້ງການຮຽນ-ການສອນຕາມຫຼັກສູດ ການເຝິກອົບຮົມຄູພະລະສຶກສາ ສະໜອງອຸປະກອນການຮຽນ-ການສອນ ແລະ ສະຖານທີ່ເຝິກອົບແອບແຂ່ງຂັນໃຫ້ບັນດາໂຮງຮຽນທີ່ໄດ້ປະຕິບັດຫຼັກສູດພະລະສຶກສາ ສ້າງໂຮງຮຽນເປົ້າໝາຍ ຕົວແບບດ້ານພະລະສຶກສາ ຈັດຕັ້ງກອງທຶນສະຫະພັນກີລານັກຮຽນສາມັນພາຍໃນໂຮງຮຽນ ສ້າງພັດທະນາຫຼັກສູດ ແລະ ຊຸກຍູ້ສົ່ງເສີມການຮຽນ-ການສອນວິຊາພະລະສຶກສາ ຈັດກິດຈະກຳທັກສະຊີວິດ ເພື່ອຫຼີກເວັ້ນຄວາມສ່ຽງຕໍ່ອັນຕະລາຍຂອງຢາເສບຕິດ ແລະ ປາກົດການຫຍໍ້ທໍ້ໃນໂຮງຮຽນ ໂດຍສ້າງເປັນໂຮງຮຽນປອດຢາເສບຕິດ ໃນຊັ້ນປະຖົມສຶກສາ ຊັ້ນມັດທະຍົມສຶກສາ ແລະ ວິທະຍາໄລຄູ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!