ວາງສີລາລຶກ ໂຄງການກໍ່ສ້າງຫໍພັກ ສລດ

    ພິທີວາງສີລາລຶກ ໂຄງການກໍ່ສ້າງຫໍພັກ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຈັດຂຶ້ນວັນທີ 25 ພະຈິກ 2021 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ດິນກ່າ ອັດສະທານ່າ ( Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຜູ້ຕາງໜ້າກົມ ສູນ ບໍລິສັດ ແລະ ພະນັກງານວິຊາກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການກໍ່ສ້າງຫໍພັກຫຼັງນີ້ ເກີດມີຂຶ້ນຍ້ອນການຊີ້ນຳນຳພາຈາກກະຊວງສຶກສາທິການ ແລະ ກິລາ ສະຖານທູດອິນເດຍ ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ໄດ້ມາຢ້ຽມຢາມ ແລະ ຍັງໄດ້ຮ່ວມກິດຈະກຳໃນວັນສຳຄັນຕ່າງໆ ພ້ອມນັ້ນ ຍັງໃຫ້ທຶນການຊ່ວຍເຫຼືອທາງດ້ານວິຊາການ ເປັນຕົ້ນແມ່ນໃຫ້ທຶນແກ່ພະນັກງານໃນການເຝິກອົບຮົມ ແລະ ໄປຍົກລະດັບທີ່ປະເທດອິນເດຍ ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ ພ້ອມທັງສົ່ງຜູ້ຊ້ຽວຊານມາຊ່ວຍໃນການເຝິກອົບຮົມ ໂດຍເຫັນໄດ້ເຖິງຄວາມຈຳເປັນອັນພາວະວິໄສທີ່ສູນຍັງຂາດແຄນທາງດ້ານທີ່ພັກເຊົາ ສຳລັບຜູ້ຊ່ຽວຊານທີ່ຈະມາຊ່ວຍໃນການຈັດຕັ້ງເຝິກອົບຮົມໃຫ້ແກ່ພະນັກງານ ຄູ-ອາຈານ ນັກຮຽນ ນັກສຶກສາ ແລະ ຜູ້ສົນໃຈທົ່ວໄປຢູ່ ສປປ ລາວ ສະນັ້ນ ສູນ ສລດ ຈຶ່ງໄດ້ພ້ອມພຽງກັນຂຽນບົດສະເໜີໂຄງການເພື່ອຂໍທຶນການຊ່ວຍເຫຼືອມາກໍ່ສ້າງຫໍພັກຫຼັງນີ້ໃນມູນຄ່າ 50.000 ໂດລາສະຫະລັດ ຫຼື ປະມານ 541 ລ້ານກີບ ໄປຍັງສະຖານທູດອິນເດຍ ໂດຍປະຕິບັດຕາມລະບຽບການຕ່າງໆຂອງກະຊວງການຕ່າງປະເທດຢ່າງຖືກຕ້ອງ ພາຍຫຼັງທີ່ໄດ້ຮັບອະນຸມັດໂຄງການແລ້ວ ກໍໄດ້ດຳເນີນການຕາມຂະບວນການ ແລະ ຂັ້ນຕອນຕ່າງໆຂອງລະບຽບການກໍ່ສ້າງ ເຊິ່ງແມ່ນບໍລິສັດ ສາລີກາກໍ່ສ້າງ ເຄຫາສະຖານເປັນຜູ້ຮັບເໝົາ ໃຊ້ເວລາໃນການກໍ່ສ້າງໃນໄລຍະ 3 ເດືອນ ເພື່ອສືບຕໍ່ດຳເນີນໂຄງການກໍ່ສ້າງດັ່ງກ່າວ.

.

# ຂ່າວ – ພາບ : ວຽງມາ

error: Content is protected !!