ອົງການຈັດຕັ້ງສາກົນປະຈໍາ ລາວ ສະໜັບສະໜູນດ້ານການບໍລິການສັກວັກຊີນກັນພະຍາດໂຄວິດ

    ພິທີເປີດໂຄງການສະໜັບສະໜູນ ກະຊວງສາທາລະນະສຸກ ໃນການບໍລິການສັກວັກຊີນກັນພະຍາດໂຄວິດ-19 ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ຜ່ານອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ ຈັດຂຶ້ນວັນທີ 29 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ທ່ານ ດຣ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາປະຈໍາ ສປປ ລາວ ທ່ານ ນາງ ບີອາເຕ ດັສເທວ (Beate Dastel) ຮອງຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ ທ່ານ ດຣ. ຈູນກາວ (Dr. Gao Jun) ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສະໜອງ ທອງຊະນະ ກ່າວວ່າ: ດັ່ງທີ່ພວກເຮົາເຫັນໄດ້ໃນປັດຈຸບັນ ກໍລະນີການລະບາດໃນຊຸມຊົນຂອງພະຍາດໂຄວິດ-19 ໃນ ສປປ ລາວ ແມ່ນມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສນີ້ຢ່າງມີປະສິດທິພາບ ພວກເຮົາຮູ້ດີແລ້ວວ່າ ການສັກຢາວັກຊີນແມ່ນມີຄວາມສຳຄັນ ເພາະມັນສາມາດຊ່ວຍປ້ອງກັນ ແລະ ຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດຈາກພະຍາດໂຄວິດ-19 ໄດ້ ຕໍ່ກັບບັນຫາດັ່ງກ່າວ ສປປ ລາວ ໄດ້ມີຄວາມຄືບໜ້າ ແລະ ປະຕິບັດໄດ້ດີ ໃນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ ເຊິ່ງມີຫຼາຍກວ່າ 3 ລ້ານຄົນທີ່ໄດ້ຮັບວັກຊີນຄົບຕາມຈໍານວນແລ້ວ (ຫຼື ປະມານ 42% ຂອງປະຊາກອນ) ແລະ ຫຼາຍກວ່າ 3,7 ລ້ານຄົນທີ່ໄດ້ຮັບເຂັມທໍາອິດ (ຫຼື ປະມານ 51% ຂອງປະຊາກອນ) ຈາກຕົວເລກໃນວັນທີ 21 ພະຈິກ ອີງຕາມຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ສິ່ງນີ້ເຮັດໃຫ້ພວກເຮົາຢູ່ໃນແລວທາງທີ່ດີ ທີ່ຈະບັນລຸເປົ້າໝາຍປັບປຸງໃຫມ່ ກໍຄືໃຫ້ໄດ້ອັດຕາການປົກຄຸມການສັກວັກຊີນ 70% ຂອງປະຊາກອນລາວທັງໝົດ ໃນທ້າຍປີນີ້ ຍ້ອນວ່າພວກເຮົາຄາດຄະເນທີ່ຈະໄດ້ຮັບການຊ່ວຍເຫຼືອວັກຊີນກັນພະຍາດເພີ່ມຕື່ມໃນໄວໆນີ້ ແລະ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ການສັກຢາວັກຊີນໃຫ້ແກ່ເດັກນ້ອຍ ແລະໄວໜຸ່ມໃນກຸ່ມອາຍຸ 12-17 ປີ ແມ່ນມີຄວາມສໍາຄັນ ແຕ່ເຖິງຢ່າງໃດກໍໍຕາມ ພວກເຮົາຕ້ອງຈະຕ້ອງສືບຕໍ່ທຸ້ມເທໃຫ້ຫຼາຍກວ່າເກົ່າ ແລະ ສືບຕໍ່ເພີ່ມທະວີການຕະລຸມບອນ ການສັກຢາກັນພະຍາດໂຄວິດ-19 ຢູ່ ສປປ ລາວ ເຊິ່ງເປັນບຸລິມະສິດອັນດັບໜຶ່ງຂອງລັດຖະບານໃນປັດຈຸບັນ.

# ຂ່າວ & ພາບ :  ວຽງມາ

error: Content is protected !!