ອັດກອງປະຊຸມໃຫຍ່ຄັ້ງທີ XI ຜູ້ແທນແນວລາວສ້າງຊາດທົ່ວປະເທດ

    ກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຈັດຂຶ້ນພາຍໃຕ້ຫົວຂໍ້ “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ບັນລຸຜົນເປັນຈິງ” ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມວັນທີ 26 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາງສ້າຊາດ ມີພະເຖລານຸເຖລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ບັນດາການນຳພັກ-ລັດຂັ້ນສູງ ອະດີດການນຳຂັ້ນສູງ ພ້ອມດ້ວຍຜູ້ແທນ ແລະ ແຂກທີ່ຖືກເຊີນທັງໝົດທົ່ວປະເທດເຂົ້າຮ່ວມ ທັງຢູ່ນະຄອນຫຼວງວຽງຈັນ ແລະ ຮູບແບບທາງໄກ. 

    ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງເອົາຮ່າງລາຍງານການເມືອງທັງ 2 ພາກ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ແລະ ທິດທາງແຜນການວຽກງານຈຸດສຸມ 5 ປີຕໍ່ໜ້າ ໂດຍມີ 5 ແຜນງານ 41 ໂຄງການ ຮັບຟັງການລາຍງານກ່ຽວກັບການປັບປຸງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ແລະ ຮັບຟັງບົດປະກອບຄໍາຄິດຄໍາເຫັນຈາກຕາງໜ້າກະຊວງພາຍໃນ ກະຊວງປ້ອງກັນຄວາມສະຫງົບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມ 516 ເມືອງລ້ອງຊານ ແຂວງໄຊສົມບູນ ແລະ ຄອບຄົວຕົວແບບ ພ້ອມນັ້ນ ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຈໍານວນ 238 ທ່ານ ໃນນີ້ ມີຕາງໜ້າອົງການ ອພສ 16 ອົງ ເພດຍິງ 51 ທ່ານ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາທ່ານ ສິນລະວົງ ຄຸດໄພທູນ ເປັນປະທານສູນກາງແນວລາວສ້າງຊາດ ທ່ານ ຄໍາເຜີຍ ບຸດດາວຽງ ທ່ານ ຈັນທະວົງ ແສນອາມາດມົນຕີ ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົງຕົວ ທ່ານ ນາງ ສີພະຈັນ ນັນທະວົງສາ ແລະ ທ່ານ ຈັນເພັງ ສຸດທິວົງ ເປັນຮອງປະທານສູນກາງແນວລາວສ້າງຊາດ ຮັບຮອງເອົາການແຕ່ງຕັ້ງຮອງປະທານສູນກາງແນວລາວສ້າງຊາດບໍ່ປະຈໍາການ 4 ທ່ານ ຄະນະປະຈໍາສູນກາງແນວລາວສ້າງຊາດ 9 ທ່ານ ແລະ ປະທານກວດກາ 1 ທ່ານ. 

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ໃຫ້ທິດຊີ້ນໍາຕໍ່ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ສືບຕໍ່ຈັດຕັ້ງ ແລະ ເຄື່ອນໄຫວວຽກງານແນວໂຮມໃນຊຸມປີຕໍ່ໜ້າ ເປັນຕົ້ນ ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ເຕົ້າໂຮມຄວາມເປັນປຶກແຜ່ນຂອງຊາດ ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຂອງຄົນລາວ ຕໍ່ຊາຕາກໍາຂອງປະເທດຊາດ ສືບຕໍ່ຍົກລະດັບຄວາມສາມາດຂອງຄະນະກໍາມະການແນວລາວສ້າງຊາດຕໍ່ວຽກງານແນວໂຮມ ຕ້ອງຍົກສູງບົດບາດ ຕິດຕາມ ກວດກາຂອງແນວລາວສ້າງຊາດໃຫ້ແຂງແຮງ ໂດຍຜ່ານຄໍາເຫັນ-ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ຕໍ່ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກແຕ່ລະໄລຍະ ພ້ອມທັງຕິດຕາມ ກວດກາການເຄື່ອນໄຫວຂອງອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງແບບແຜນ ແລະ ກົນໄກການເຄື່ອນໄຫວເຮັດວຽກຂອງຕົນໃຫ້ຄ່ອງຕົວ ສາມາດຮັບປະກັນປະສິດທິຜົນຂອງການປະຕິບັດໜ້າທີ່ການເມືອງ ໂດຍສະເພາະ ກົນໄກການເຄື່ອນໄຫວເຮັດວຽກລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ກັບແນວລາວສ້າງຊາດຂັ້ນທ້ອງຖິ່ນ-ຮາກຖານ ກົນໄກການເຄື່ອນ ໄຫວເຮັດວຽກລະຫວ່າງແນວລາວສ້າງຊາດ ກັບບັນດາອົງການພາຄີ ອົງການແນວໂຮມແຕ່ລະຂັ້ນ ນອກນັ້ນ ໃຫ້ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ເຮັດວຽກຮ່ວມມືສາກົນ ເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດຂອງພັກ-ລັດເຮົາ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນຂອງປະເທດເພື່ອນມິດທີ່ມີມູນເຊື້ອ ປະເທດເພື່ອນບ້ານໃກ້ຄຽງ ປະເທດເພື່ອນມິດອື່ນໆ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ ບັນຫາສໍາຄັນອີກອັນໜຶ່ງ ການເຄື່ອນໄຫວວຽກງານແນວລາວສ້າງຊາດໃນໄລຍະນີ້ ແລະ ຕໍ່ໄປ ແມ່ນສືບຕໍ່ປັບປຸງຮູບການເຄື່ອນໄຫວການທູດພາກປະຊາຊົນໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນ ການນໍາເອົາມູນເຊື້ອທີ່ເປັນເອກະລັກຂອງຊາດ ຜະລິດຕະພັນ ວັດທະນະທໍາ ອາຫານການກິນ ແລະ ສິນຄ້າອື່ນໆທີ່ເປັນເອກະລັກ ແລະ ຜະລິດຈາກປະຊາຊົນຂອງຊາດເຮົາ ໄປສູ່ສາກົນໃຫ້ກວ້າງຂວາງ ແລະ ມີຊີວິດຊີວາ ເພື່ອດຶງດູດການລົງທຶນ ການຢ້ຽມຢາມ ທ່ອງທ່ຽວມາສູ່ປະເທດຊາດໃຫ້ຫຼາຍຂຶ້ນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!