ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 28 ພະຈິກ 2021 ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງສືບຕໍ່ມີການລາຍງານຕົວເລກເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງວັນທີ 27 ພະຈິກ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 7.123 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1.195 ຄົນ ແລະ ເສຍຊີວິດເພີ່ມໃໝ່ 5 ຄົນ ເຊິ່ງໃນນີ້ ຕິດເຊື້ອໃນຜູ້ເດີນທາງເຂົ້າມາປະເທດ 3 ຄົນ ທັງໝົແມ່ນມາຈາກແຂວງສະຫວັນນະເຂດ ໄດ້ປະຕິບັດຕາມມາດຕະການກ່ຽວກັບຜູ້ເດີນທາງເຂົ້າປະເທດຢ່າງເຂັ້ມງວດ ແລະ ຄົບຖ້ວນ ສ່ວນການຕິດເຊື້ອພາຍໃນປະເທດ 1.192 ຄົນຄື:

- ຈາກນະຄອນ ຫຼວງວຽງຈັນ 528 ບ້ານ ມາຈາກ 189 ບ້ານ ໃນ 8 ເມືອງ
 - ແຂວງຫຼວງພະບາງ 121 ຄົນ ໃນ 37 ບ້ານ 7 ເມືອງ
 - ແຂວງ ຈໍາປາສັກ 45 ຄົນ ໃນ 31 ບ້ານ 9 ເມືອງ
 - ແຂວງໄຊຍະບູລີ 21 ຄົນ ໃນ 18 ບ້ານ 2 ເມືອງ
 - ແຂວງອຸດົມໄຊ 43 ຄົນ ໃນ 19 ບ້ານ 2 ເມືອງ
 - ແຂວງຫຼວງນໍ້າທາ 21 ຄົນ ໃນ 11 ບ້ານ 2 ເມືອງ
 - ແຂວງວຽງຈັນ 82 ຄົນ ໃນ 40 ບ້ານ 7 ເມືອງ
 - ແຂວງບໍ່ແກ້ວ 93 ຄົນ ໃນ 3 ເມືອງ
 - ແຂວງຜົ້ງສາລີ 11 ຄົນ ໃນ 4 ບ້ານ 3 ເມືອງ
 - ແຂວງບໍລິຄໍາໄຊ 29 ຄົນ ໃນ 13 ບ້ານ 4 ເມືອງ
 - ແຂວງເຊກອງ 10 ຄົນໃນ 6 ບ້ານ 3 ເມືອງ
 - ແຂວງສະຫວັນນະເຂດ 67 ຄົນ ໃນ 36 ບ້ານ 10 ເມືອງ
 - ແຂວງຄໍາມ່ວນ 32 ຄົນ
 - ແຂວງສາລະວັນ 23 ໃນ 11 ບ້ານ 4 ເມືອງ
 - ແຂວງຫົວພັນ 43 ຄົນໃນ 5 ບ້ານ 4 ເມືອງ
 - ແຂວງຊຽງຂວາງ 15 ຄົນ ໃນ 14 ບ້ານ 3 ເມືອງ
 - ແຂວງອັດຕະປື 6 ຄົນ ໃນ 3 ບ້ານ 2 ເມືອງ
 - ແລະ ແຂວງໄຊສົມບູນ 2 ຄົນ ໃນ 2 ບ້ານ 2 ເມືອງ.
 
ສໍາລັບຄົນເຈັບທີ່ເສຍຊີວິດເພີ່ມໃໝ່ 5 ຄົນມີຄື:
- ເພດຊາຍ ອາຍຸ 68 ປີ ບ້ານ ຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ມີພະຍາດປະຈໍາຕົວ Laryngeal cancer ໄດ້ 8 ເດືອນ ສັກຢາວັັກຊິນຄົບ
 - ເພດຍິງ ອາຍຸ 81 ປີ ເປັນແຜກະເພາະຊໍ້າເຮື້ອ ປະດົງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກວັກຊິນ
 - ເພດຊາຍ ອາຍຸ 30 ປີ ບ້ານນາເລົ່າ ນະຄອນໄກສອນ ແຂວງສະຫວັນນະເຂດ ມີພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມ ແລະ ປະດົງ ໄດ້ຮັບການສັກວັກຊິນຄົບ
 - ເພດຍິງ ອາຍຸ 74 ປີ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮັບການສັກວັກຊິນຄົບ
 - ແລະ ເພດຍິງ ອາຍຸ 26 ປີ ອາຊີບຄ້າ-ຂາຍ ບ້ານໜອງວຽງຄໍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຖືພາໄດ້ 5 ເດືອນ ບໍ່ໄດ້ຮັບການສັກວັກຊິນ.
 
ມາຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດໂຄວິດສະສົມຕົວເລກເພີ່ມຂຶ້ນເປັນ 71.518 ຄົນ ໃນນີ້ ຕິດຈາກພາຍໃນ 57.390 ຄົນ ແລະ ຕ່າງປະເທດ 14.128 ຄົນ ເສຍຊີວິດສະສົມ 159 ຄົນ ສ່ວນຕົວເລກປິ່ນປົວ ຫາຍດີ ແລະ ອອກໂຮງໝໍມື້ວານນີ້ 713 ຄົນ ແລະ ຍັງສືບຕໍ່ປິ່ນປົວ 11.513 ຄົນ.
# ຂ່າວ – ພາບ : ຂັນທະວີ