ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ ວັນທີ 25 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ໂດຍໄດ້ຈັດເປັນສອງຮູບແບບ ຄື ຮູບແບບປົກກະຕິ ຢູ່ນະຄອຫຼວງວຽງຈັນ ແລະ ຮູບແບບທາງໄກ ຢູ່ບັນດາແຂວງທົ່ວປະເທດ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ມີບັນດາການນຳພັກ-ລັດ ອະດີດການນຳຂັ້ນສູງ ພ້ອມດ້ວຍຜູ້ແທນ ແລະ ແຂກທີ່ຖືກເຊີນທົ່ວປະເທດທັງໝົດ 581 ຄົນ ຍິງ 110 ຄົນ.

    ໂອກາດດຽວກັນນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາ ສູນກາງແນວລາວສ້າງຊາດໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ແນວລາວຂັ້ນແຂວງ ຕິດພັນກັບການຄົ້ນຄວ້າ ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ ຮ່າງແຜນພັດທະນາ ແລະ ຮ່າງກົດລະບຽບແນວລາວສ້າງຊາດ ໄດ້ປະສານສົມທົບກັບອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ປຸກລະດົມປະຊາຊົນລາວບັນດາເຜົ່າ ປະກອບສ່ວນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຊຸກຍູ້ການຜະລິດ ການປູກຝັງ-ລ້ຽງສັດ ສ້າງລາຍຮັບເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ ປຸກລະດົມທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອຕ້ານພະຍາດໂຄວິດ-19  ຕ້ານໄພນ້ຳຖ້ວມ ຕ້ານໄພແຫ້ງແລ້ງ ໄພໜາວ ແລະ ອື່ນໆ. ອັນພົ້ນເດັ່ນ ແມ່ນໄດ້ສ້າງຂະບວນການແຂ່ງຂັນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ເມືອງສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ມີບັນຍາກາດ ແລະ ໃບໜ້າໃໝ່ໃນການປະຕິບັດວຽກງານແນວໂຮມຢູ່ຂັ້ນຮາກຖານ. ພ້ອມກັນນີ້ ໄດ້ປຸກລະດົມຈັດຕັ້ງການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງຊາດ ເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ວັນຄ້າຍວັນເກີດປະທານ ໄກສອນ ພົມ ວິຫານ ຄົບຮອບ 100 ປີ ຂະບວນການປຸກລະດົມປະຊາຊົນ ກະກຽມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ອື່ນໆ.

     ທ່ານປະທານສູນກາງແນວລາວສ້າງຊາດ ກ່າວຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງຈະໄດ້ພ້ອມກັນທົບທວນຄືນຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແນວລາວສ້າງຊາດໃນໄລຍະ 5 ປີ ຜ່ານມາ ຈະໄດ້ກຳນົດຄາດໝາຍລວມ ເນື້ອໃນການຫັນປ່ຽນ ແລະ ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ ພ້ອມດຽວກັນນີ້ ຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງພາຍໃຕ້ຫົວຂໍ້ “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ”. ນອກຈາກນີ້ ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2021-2025), ກົດລະບຽບແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງໃໝ່ ຜ່ານບົດສຳຫຼວດການນຳພາລວມຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ X ແລະ ຮັບຮອງເອົາໂຄງປະກອບບຸຄະລາກອນ ຄະນະກຳມະການສູນກາງແນວລາວສ້າງຊາດ ທັງຜູ້ປະຈຳການ ແລະ ບໍ່ປະຈຳການ ສະໄໝທີ XI ອີກດ້ວຍ.

   ໂອກາດດຽວກັນນີ້ ໃນກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຊີ້ນຳຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະກຳມະການສູນກາງແນວລາວສ້າງຊາດ ໃນການເສີມຂະຫຍາຍບົດບາດ ແລະ ສ້າງການຫັນປ່ຽນໃໝ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

# ຮູບ – ຂ່າວ : ໄຊບັນດິດ

error: Content is protected !!