ອົງການໄອຍະການປະຊາຊົນສູງສຸດ ຍົກລະດັບວຽກງານກໍ່ສ້າງພັກ

   ອົງການໄອຍະການປະຊາຊົນສູງສຸດ ຈັດເຝີກອົບຮົມຍົກລະດັບວຽກງານກໍ່ສ້າງພັກຂຶ້ນວັນທີ 25-30 ພະຈິກ 2021 ຢູ່ອົງການດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນດາສະຫາຍຮອງເລຂາ ແລະ ຄະນະໜ່ວຍພັກຫ້ອງການ ບັນດາກົມ ສະຖາບັນ ແລະ ສຳມະນາກອນເຂົ້າຮ່ວມ.

    ຊຸດອົບຮົມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງກ່ຽວກັບວຽກງານພະນັກງານ ຕາມມະຕິສະບັບເລກທີ 04/ຄບສພ ຂອງຄະນະບໍລິຫານງານສູນກາງພັກ ເພື່ອຍົກສູງບົດບາດການນໍາພາຂອງພັກ ກໍຄືການຍົກລະດັບຂີດຄວາມສາມາດໃນການຊີ້ນໍາ-ນໍາພາຂອງບັນດາສະຫາຍເລຂາ ຮອງເລຂາ ແລະ ຄະນະໜ່ວຍພັກ ອົງການໄອຍະການປະຊາຊົນສູງສຸດ ຕໍ່ວຽກງານໃນລະບົບອົງການໄອຍະການປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

     ການເຝີກອົບຮົມ ຈະດໍາເນີນໄປເປັນເວລາ 5 ວັນ ປະກອບດ້ວຍບົດຮຽນທີ່ສໍາຄັນ ເປັນຕົ້ນ ເອກະສານວຽກງານຂະຫຍາຍສະມາຊິກພັກໃນໄລຍະໃໝ່ ຄວາມຮັບຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ ເສີມຂະຫຍາຍບົດບາດຈັນຍາບັນ ຈັນຍາທໍາຂອງພະນັກງານໄອຍະການປະຊາຊົນ ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ ເພື່ອແນໃສ່ຍົກລະດັບຂີດຄວາມສາມາດເຂົ້າໃນການຊີ້ນໍາ-ນຳພາຂອງຄະນະໜ່ວຍພັກໃຫ້ສູງຂຶ້ນ ແລະ ຫັນໄປສູ່ຄຸນນະພາບຢ່າງແທ້ຈິງ.

   ບັນດາບົດຮຽນເຫຼົ່ານີ້ຈະເປັນທິດສະດີພື້ນຖານ ເພື່ອໝູນໃຊ້ເຂົ້າໃນຊີວິດປະຈໍາວັນຂອງຄະນະໜ່ວຍພັກ ໃນການນໍາພາປະຕິບັດແຜນການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ການຜັນຂະຫຍາຍມະຕິ ຄໍາສັ່ງຂອງພັກ ກົດໝາຍ ດໍາລັດ ແລະ ລະບຽບການຕ່າງໆທີ່ພັກ-ລັດວາງອອກ ລວມທັງມະຕິກອງປະຊຸມໃຫຍ່  ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ທີ່ຫາກໍສໍາເລັດໃນຕົ້ນເດືອນພະຈິກ 2021 ທີ່ຜ່ານມາ ເຊິ່ງໄດ້ຮັບຮອງເອົາບັນດາແຜນງານ ໂຄງການ ແລະ ບັນດາກິດຈະກໍາຕ່າງໆ ເພື່ອພັດທະນາວຽກງານ ໃນລະບົບອົງການໄອຍະການປະຊາຊົນໃຫ້ຫັນສູ່ທັນສະໄໜເທື່ອລະກ້າວ.

# ຮູບ – ຂ່າວ : ລັດເວລາ

error: Content is protected !!