ລັດຖະບານລາວ ໄດ້ຮັບວັກຊິນ ແລະ ອຸປະກອນການແພດຊ່ວຍເຫຼືອລ້າຈາກ ສປ ຈີນ

    ພິທີມອບ-ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ຈໍານວນ 700.000 ໂດສ ແລະ ອຸປະກອນການແພດມູນຄ່າ 10.000.000 ຢວນ ປະມານ 17 ຕື້ກີບ ໃນຮູບແບບທາງໄກ ທີ່ລັດຖະບານປະຊາຊົນຈີນໄດ້ຊ່ວຍເຫຼືອລັດຖະບານລາວ ຈັດຂຶ້ນວັນທີ 25 ພະຈິກ 2021 ຕາງໜ້າກ່າວມອບຂອງທ່ານ Qian Keming ຮອງລັດຖະມົນຕີກະຊວງການຄ້າຈີນ ແລະ ຕາງໜ້າຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ມອບຄັ້ງນີ້ ໃນນັ້ນເຄື່ອງມືປ້ອງກັນໂຄວິດ-19 ມູນຄ່າ 6.000.000 ຢວນ ປະມານ 10 ຕື້ກີບ ແມ່ນມອບໃຫ້ກະຊວງສາທາລະນະສຸກ ແລະ ອຸປະກອນການແພດມູນຄ່າ 4 ລ້ານ ຢວນ ປະມານ 7 ຕື້ກີບ ແລະ ວັກຊິນປ້ອງກັນພະຍາດໂຄວິດ-19 ຈໍານວນ 7 ແສນໂດສ ແມ່ນມອບໃຫ້ບັນດາ 5 ແຂວງພາກເໝືອຂອງລາວ ເພື່ອນໍາໃຊ້ເຂົ້າໃນການຕອບໂຕ້ ແລະ ຕ້ານການລະບາດພະຍາດໂຄວິດ-19 ເຊິ່ງປະກອບມີແຂວງ ບໍ່ແກ້ວ ອຸດົມໄຊ ຜົ້ງສາລີ ຫຼວງນໍ້າທາ ແລະ ແຂວງຫວງພະບາງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!