ວັນທີ 24 ພະຈິກ 2021 ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ແລະ ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ແຂວງສະຫັວນນະເຂດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງຂົວຂ້າມນໍ້າປາກເຊບັ້ງໄຟຈຸດທີ່ມີຄວາມເປ້ເພເສຍຫາຍ ເພື່ອເຮັດໃຫ້ການສັນຈອນໄປ-ມາຂອງປະຊາຊົນມີຄວາມສະດວກ ແລະ ຄວາມປອດໄພຫຼາຍຂຶ້ນ ເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດທີ່ຈະມາເຖິງມໍ່ໆນີ້ ໂດຍສະເພາະ ວັນຊາດທີ 2 ທັນວາ ໃຫ້ມີບັນຍາກາດຟົດຟື້ນ.

ຂົວເຊບັ້ງໄຟ ເປັນຂົວແຫ່ງໜຶ່ງທີ່ມີຄວາມສໍາຄັນຫຼາຍຕໍ່ການສັນຈອນໄປ-ມາຂອງປະຊາຊົນລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເປັນຂົວຂ້າມແມ່ນໍ້າເຊບັ້ງໄຟ ທີ່ເຊື່ອມຕໍ່ລະຫວ່າງເມືອງໄຊບູລີ ແຂວງສະຫັວນນະເຂດ ກັບເມືອງໝອງບົກ ແຂວງຄໍາມ່ວນ ມີລັກສະນະເປັນຂົວເຫຼັກປະສົມໄມ້ ມີຄວາມຍາວທັງໝົດ 215 ແມັດ ສໍາລັບໜ້າວຽກຕົ້ນຕໍໃນການສ້ອມແປງຄັ້ງນີ້ ປະກອບມີ ປ່ຽນໄມ້ຮອງຕີນລົດ ໄມ້ຄໍ້າຢັນ ແລະ ປູຢາງທັບໄມ້ຮອງທາງລົດ ລວມມູນຄ່າການສ້ອມແປງ 145 ລ້ານກີບ ເຊິ່ງທຶນທັງໝົດ ໄດ້ຮັບການຊ່ວຍເຫຼືອລ້າຈາກ ບໍລິສັດ ລາວມີໄຊ ໂດຍວຽກງານດັ່ງກ່າວໄດ້ເລີ່ມລົງມືແຕ່ວັນທີ 18 ພະຈິກ 2021 ປັດຈຸບັນ ປະຕິບັດໄດ້ປະມານ 45% ຄາດວ່າຈະໃຫ້ສໍາເລັດກ່ອນວັນຊາດທີ 2 ທັນວາ 2021 ທີ່ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ ທ່ານເຈົ້າເມືອງໄຊບູລີ ຍັງໄດ້ສືບຕໍ່ຕິດຕາມຊຸກຍູ້ການຕິດຕັ້ງຕາຂ່າຍໄຟຟ້າຢູ່ດອນແຄມຂອງ ບ້ານປາກເຊບັ້ງໄຟ ບ້ານບົວໄຂ ບ້ານນາສັງ ແລະ ເບິ່ງການກໍ່ສ້າງກັນເຈື່ອນຕາຝັ່ງເຊບັ້ງໄຟຢູ່ບໍລິເວນບ້ານບົວໄຂຕື່ມອີກ.