ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.504 ຄົນ ເສຍຊີວິດ 1 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 25 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ ວ່າ:ວັນທີ 24 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 9.654 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.504 ຄົນ (ຕິດເຊື້ອພາຍໃນ ມີ 1.499 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ). 

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.499 ຄົນ ຈາກ 18 ແຂວງ ຄື:

  • ນະຄອນຫຼວງວຽງຈັນ 677 ຄົນ ໃນ 203 ບ້ານ ແລະ 9 ເມືອງ ຄື: ຈັນທະບູລີ 88 ຄົນ ຈາກ 19 ບ້ານ ສີໂຄດຕະບອງ 110 ຄົນ ຈາກ 27 ບ້ານ ໄຊເສດຖາ 149 ຄົນ ຈາກ 40 ບ້ານ ສີສັດຕະນາກ 83 ຄົນ ຈາກ 25 ບ້ານ ນາຊາຍທອງ 35 ຄົນ ຈາກ 22 ບ້ານ ໄຊທານີ 120 ຄົນ ຈາກ 39 ບ້ານ ຫາດຊາຍຟອງ 47 ຄົນ ຈາກ 23 ບ້ານ ສັງທອງ 18 ຄົນ ປາກງື່ມ 4 ຄົນ ຈາກ 2 ບ້ານ ຕ່າງແຂວງ 8 ຄົນ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ. 
  • ແຂວງຫຼວງພະບາງ ມີ 149 ຄົນ ໃນ 47 ບ້ານ ແລະ 6 ເມືອງ 
  • ແຂວງວຽງຈັນ ມີ 139 ຄົນ ໃນ 34 ບ້ານ ແລະ 9 ເມືອງ 
  • ຜົ້ງສາລີ ມີ 123 ຄົນ ໃນ 15 ບ້ານ ແລະ 3 ເມືອງ 
  • ຈຳປາສັກ ມີ 105 ຄົນ ໃນ 33 ບ້ານ ແລະ 7 ເມືອງ 
  • ສະຫວັນນະເຂດ ມີ 48 ຄົນ ໃນ 27 ບ້ານ ແລະ 6 ເມືອງ 
  • ໄຊຍະບູລີ ມີ 47 ຄົນ ໃນ 12 ບ້ານ ແລະ 2 ເມືອງ 
  • ບໍລິຄຳໄຊ ມີ 41 ຄົນ ໃນ 21 ບ້ານ ແລະ 6 ເມືອງ 
  • ບໍ່ແກ້ວ ມີ 37 ຄົນ ໃນ 18 ບ້ານ ແລະ 3 ເມືອງ 
  • ຄຳມ່ວນ ມີ 32 ຄົນ ໃນ 14 ບ້ານ ແລະ 3 ເມືອງ 
  • ສາລະວັນ ມີ 26 ຄົນ ໃນ 6 ບ້ານ ແລະ 4 ເມືອງ 
  • ອຸດົມໄຊ ມີ 20 ຄົນ ໃນ 10 ບ້ານ ແລະ 1 ເມືອງ 
  • ຫົວພັນ ມີ 15 ຄົນ ໃນ 7 ບ້ານ ແລະ 3 ເມືອງ 
  • ຫຼວງນໍ້າທາ ມີ 16 ຄົນ ໃນ 3 ບ້ານ ແລະ 1 ເມືອງ 
  • ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 4 ເມືອງ 
  • ເຊກອງ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ 
  • ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ 
  • ຊຽງຂວາງ ມີ 3 ຄົນ ໃນ 3 ບ້ານ ແລະ 3 ເມືອງ. 

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 67.322 ຄົນ ເສຍຊີວິດສະສົມ 143 ຄົນ (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 24 ພະຈິກ 2021 ມີ 688 ຄົນ ແລະ ກໍາລັງປິ່ນປົວ 10.965. 

    ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ມີດັ່ງນີ້: ເພດຊາຍ ອາຍຸ 90 ປີ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ກິນຢ່າປະຈໍາ ບໍ່ໄດ້ຮັບການສັກຢາວັກຊີນ ມີອາການໄຂ້ ແລະ ໄອ ມາໄດ້ 4 ວັນ ເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021 ເຂົ້າມາກວດຢູ່ພະແນກສຸກເສີນຂອງໂຮງໝໍເສດຖາທິລາດ ດ້ວຍອາການຈືດມ້ານ ຫາຍໃຈຫອບ ມີອາການຮ້າຍແຮງຈຶ່ງມາໂຮງໝໍ ພ້ອມກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍເຕັກນິກ Gene Expert ແມ່ນພົບເຊື້ອ ແລະ ໄດ້ເອົາຄົນເຈັບເຂົ້ານອນໂຮງໝໍ ໄລຍະເວລາການປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22-24 ພະຈິກ 2021 ເປັນເວລາ 3 ມື້ ວັນທີ 24 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.

# ຂ່າວ & ພາບ :  ສີພອນ  

error: Content is protected !!