ຍົກສູງຄວາມສາມາດການຂຽນບົດຄົ້ນຄວ້າພາສາອັງກິດໃຫ້ພະນັກງານ

    ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖາບັນ ລາວ-ອົດສະຕຣາລີ  (LAI) ເປີດຊຸດເຝິກອົບຮົມ ຫົວຂໍ້ “ການຂຽນບົດຄົ້ນຄວ້າ (Research Methodology)” ຜ່ານລະບົບທາງໄກ ຂຶ້ນວັນທີ 22 ພະຈິກ 2021 ໂດຍເປັນປະທານຂອງທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ Matthew Banks ເລຂານຸການເອກຂອງສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ LAI ແລະ ສໍາມະນາ 20 ທ່ານ ຍິງ 11 ທ່ານ ຈາກກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ຈະດຳເນີນແຕ່ວັນທີ 22-26 ພະຈິກ 2021 ໂດຍໄດ້ຮັບການສະໜັບສະໜູນຈາກ LAI ຈຸດປະສົງເພື່ອເຮັດໃຫ້ຜູ້ເຂົ້າເຝິກອົບຮົມ ສາມາດພັດທະນາທັກສະການຂຽນບົດຄົ້ນຄວ້າເປັນພາສາອັງກິດ ໃຫ້ມີລັກສະນະວິຊາການ (Academic Writing) ແລະ ໄດ້ມາດຕະຖານສາກົນ ນອກນີ້ ຍັງເປັນໂອກາດອັນດີໃນການຮຽນຮູ້ວິທີການຊອກຫາແຫຼ່ງຂໍ້ມູນ ເພື່ອປະກອບໃສ່ບົດຄົ້ນຄວ້າ ແລະ ຂຽນບົດລາຍງານອື່ນໆ ໂດຍໄລຍະການເຝິກອົບຮົມ ຈະໄດ້ຮັບຟັງການນໍາສະເໜີບົດຈາກວິທະຍາກອນຕ່າງປະ ເທດ ທີ່ມາຈາກວິທະຍາໄລວຽງຈັນ (Vientiane College) 2 ທ່ານ ແລະ ທ່ານທູດອາວຸໂສ 2 ທ່ານ ທີ່ມາຈາກສະໂມສອນນັກການທູດລາວ ຂອງກະຊວງການຕ່າງປະເທດ ເຊິ່ງເປັນຜູ້ທີ່ມີປະສົບການໃນການເຮັດວຽກ ແລະ ຄົ້ນຄວ້າສູງ ວິທີການເຝິກອົບຮົມ ຈະໄດ້ລົງເລິກຮຽນຮູ້ອົງປະກອບຕ່າງໆຂອງການຂຽນບົດຄົ້ນຄວ້າ ການວິເຄາະ-ວິໄຈຂໍ້ມູນ ແລະ ການໃຫ້ທັດສະນະ ພ້ອມທັງຕີລາຄາບັນຫາທ່າອ່ຽງ ແລະ ທ່າຂະຫຍາຍຂອງເຫດການທີ່ເກີດຂຶ້ນ.

    ທ່ານ ໄມ ໄຊຍະວົງສ໌ ໄດ້ສະແດງຄວາມຊົມເຊີຍ ແລະ ເນັ້ນໃຫ້ຜູ້ເຂົ້າຮ່ວມເຝິກອົບຮົມ ເພີ່ມຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ພ້ອມທັງປະຕິບັດລະບຽບວິໄນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ນໍາເອົາບົດຮຽນທີ່ໄດ້ຈາກການເຝິກອົບຮົມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອ​ເປັນ​ພື້ນຖານ​ໃນການສືບຕໍ່ຄົ້ນຄວ້າຮ່ຳຮຽນໃນຂັ້ນຕໍ່ໄປ ແລະ ເປັນເສ ນາທິການທີ່ມີຄຸນນະພາບໃຫ້ການນຳ ໃນການວາງແນວທາງນະໂຍບາຍຂອງພັກ-ລັດ ຕໍ່ບັນຫາທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນສູງ.

# ຂ່າວ – ພາບ : ສະບາໄພ

error: Content is protected !!