ບ້ານເມືອງຫານ ສະເລ່ຍລາຍຮັບໄດ້ 21,24 ລ້ານກີບຕໍ່ຄົນຕໍ່ປີ

    ວັນທີ 20 ພະຈິກ 2021 ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ໄຂກອງປະຊຸມໃຫຍ່ສະຫຼຸບຜົນການກວດກາ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນປະຈຳປີ 2021 ຂຶ້ນ ພາຍຫຼັງດຳເນີນມາເປັນເວລາ 5 ວັນ ໂດຍເປັນປະທານຂອງສະຫາຍ ບຸນຈັນ ແກ້ວວິເສດ ວ່າການເລຂາໜ່ວຍພັກບ້ານ ວ່າການນາຍບ້ານເມືອງຫານ ມີສະຫາຍ ຄຳຫຼ້າ ຜີວວັນນາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ພ້ອມດ້ວຍຄະນະປະຈຳພັກເມືອງ ຄະນະພັກເມືອງ ຄະນະໜ່ວຍພັກບ້ານເມືອງຫານ ແຂກຖືກເຊີນ ສະຫາຍສະມາຊິກພັກ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

    ສະຫາຍ ບຸນຈັນ ແກ້ວວິເສດ ໄດ້ຂຶ້ນຜ່ານບົດສະຫຼຸບການກວດກາຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີຂອງບ້ານເມືອງຫານ ເຊິ່ງເປັນໜ່ວຍພັກຮາກຖານໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງອົງຄະນະພັກເມືອງຫົງສາ ມີພາລະບົດບາດເປັນແກນນໍາໃນລະບົບການເມືອງຢູ່ຮາກຖານບ້ານ ມີຄະນະພັກ 5 ສະຫາຍ ມີສະມາຊິກພັກທັງໝົດ 54 ສະຫາຍ ຍິງ 15 ສະຫາຍ ປະກອບມີ 5 ໜ່ວຍງານ 17 ຈຸງານ ໄດ້ຈັດຕັ້ງເປັນ 51 ໜ່ວຍຄຸ້ມຄອງພົນລະເມືອງ ມີ 643 ຄອບຄົວ ມີພົນລະເມືອງທັງໝົດ 2.770 ຄົນ ຍິງ 1.363 ຄົນ.

    ໃນໄລຍະຜ່ານມາ ເຫັນໄດ້ວ່າ: ຄະນະພັກໄດ້ນຳເອົາແນວທາງ ແຜນນະໂຍບາຍ ມະຕິຄຳສັ່ງ ລະບຽບຂອງພັກ ແລະ ກົດໝາຍຂອງລັດ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ສາມາດຈຳແນກໄດ້ມິດ ສັດຕູຢ່າງຈະແຈ້ງ ຕ້ານໄດ້ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ ປະຊາຊົນມີຄວາມດຸໝັ່ນພາກພຽນ ປະຢັດສັດຊື່ ປອດໃສ ມີລະບຽບວິໄນ ແລະ ເຄົາລົບກົດໝາຍ ສະແດງອອກການສ້າງລາຍຮັບທົ່ວບ້ານໄດ້ທັງໝົດ 58,56 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 21,24 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 2.124 ໂດລາສະຫະລັດຕໍ່ຄົນຕໍ່ປີ ແລະ ບ້ານເມືອງຫານ ມີ 1 ກອງທຶນພັດທະນາບ້ານ ມີເງິນທັງໝົດ 512 ລ້ານກວ່າກີບ.

    ຜ່ານການກວດກາຕີລາຄາເກັບກຳຕາມ 6 ມາດຖານ 51 ຕົວຊີ້ບອກ ຕາມດຳລັດ 348 ຂອງລັດຖະ ບານ ຢູ່ບ້ານເມືອງຫານ ຄອບຄົວພົ້ນທຸກ ບັນລຸ 636 ຄອບຄົວ ເທົ່າກັບ 98,91% ບໍ່ບັນລຸ 7 ຄອບຄົວ (ທຽບໃສ່ປີຜ່ານມາເພີ່ມຂຶ້ນ 21 ຄອບຄົວ) ຄອບຄົວພັດທະນາ ບັນລຸ 618 ຄອບຄົວ ເທົ່າກັບ 96,11% ບໍ່ບັນລຸ 25 ຄອບຄົວ (ທຽບໃສ່ປີຜ່ານມາເພີ່ມຂຶ້ນ 21 ຄອບຄົວ) ຕີລາຄາບ້ານພົ້ນທຸກຕາມ 8 ມາດຖານ ບັນລຸ 100% ຕີລາຄາບ້ານພັດທະນາຕາມ 6 ກຸ່ມ 19 ເນື້ອໃນ 88 ຕົວຊີ້ບອກ ບັນລຸ 86 ຕົວຊີ້ບອກ ເທົ່າກັບ 97,72% ຜ່ານການຕີລາຄາປະເມີນຜົນຂອງສະມາຊິກພັກໄດ້ຕີລາຄາແບ່ງປະເພດ ຈຳນວນ 36 ສະຫາຍ ຍິງ 10 ສະຫາຍ ໃນນັ້ນ ໄດ້ປະເພດແຂງ 6 ສະຫາຍ ຍິງ 1 ສະຫາຍ ປະເພດກາງ 30 ສະຫາຍ ຍິງ 9 ສະຫາຍ ບໍ່ໄດ້ແບ່ງ 18 ສະຫາຍ ຕີລາຄາໜ່ວຍພັກໄດ້ປະເພດກາງ ຕີລາຄາແບ່ງປະເພດຄອບຄົວໄດ້ປະເພດແຂງ 622 ຄອບຄົວ ກາງ 15 ຄອບຄົວ ອ່ອນ 3 ຄອບຄົວ ແລະ ບໍ່ໄດ້ແບ່ງ 3 ຄອບຄົວ ຕີລາຄາແບ່ງປະເພດໜ່ວຍຄອບຄົວ ໄດ້ປະເພດແຂງ 49 ໜ່ວຍ ກາງ 2 ໜ່ວຍ ຕີລາຄາແບ່ງປະເພດ 5 ໜ່ວຍງານໄດ້ປະເພດແຂງ 2 ໜ່ວຍງານ ກາງ 3 ໜ່ວຍງານ ຕີລາຄາແບ່ງປະເພດ 17 ຂະແໜງການໄດ້ປະເພດແຂງ 11 ຂະແໜງການ ແລະ ກາງ 6 ຂະແໜງການ ແລະ ຕີລາຄາປະເພດບ້ານໄດ້ປະເພດກາງ.

    ຕອນທ້າຍກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ແລະ ເຈົ້າເມືອງຫົງສາ ແຕ່ງຕັ້ງສະຫາຍ ວັນດີ ສິງມະນີ ເປັນເລຂາໜ່ວຍພັກບ້ານ ທັງເປັນນາຍບ້ານເມືອງຫານ (ຜູ້ໃໝ່) ແຕ່ງຕັ້ງສະຫາຍ ເສົາ ອິນທະຄຳຜອງ ເປັນຮອງເລຂາໜ່ວຍພັກບ້ານ ທັງເປັນປະທານກວດກາໜ່ວຍພັກ ທັງເປັນຮອງນາຍບ້ານ ແຕ່ງຕັ້ງສະຫາຍ ຄຳເສົາ ຄຸນຄຳແກ້ວ ສະຫາຍ ເລີຍ ມິ່ງຈຳປາ ແລະ ສະຫາຍ ນາງ ບຸນມີ ສິມມະນີ ເປັນຄະນະໜ່ວຍພັກ ທັງເປັນຮອງນາຍບ້ານຕື່ມອີກ

# ຂ່າວ & ພາບ :  ບຸນມີ

.

error: Content is protected !!