ທະນາຄານມາຣູຮານ ຊ່ວຍເຫຼືອວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

    ພິທີມອບ-ຮັບເງິນຈຳນວນ 5.000.000 ກີບ ຈາກທະນາຄານມາຣູຮານ ເຈແປນລາວ ໃຫ້ແກ່ອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ທີ່ອົງການກາແດງລາວຮັບຜິດຊອບ ເປັນຕົ້ນ ຄ່າໃຊ້ຈ່າຍອາຫານໃຫ້ແກ່ໂຮງໝໍພາກສະໜາມ ຫຼັກ 27 ແລະ ບັນດາກາແດງແຂວງຕ່າງໆທີ່ກຳລັງປະຕິບັດໜ້າທີ່ໃນວຽກງານດັ່ງກ່າວ.

   ພິທີດັ່ງກ່າວ ຈັດຂຶ້ນວັນທີ 22 ພະຈິກ 2021 ຢູ່ອົງການກາແດງລາວ ເປັນກຽດກ່າວມອບໂດຍທ່ານ Anthony Chin ຜູ້ອຳນວຍການໃຫຍ່ທະນາຄານມາຣູຮານ ເຈແປນລາວ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານປະທານອົງການກາແດງລາວ ໄດ້ສະແດງຄວາມຂອບໃຈຕໍ່ທາງທະນາຄານມາຣູຮານ ທີ່ໄດ້ປະກອບສ່ວນວັດຖຸປັດໄຈຊ່ວຍເຫຼືອໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ເຊິ່ງໄລຍະຜ່ານມາ ອົງການກາແດງລາວໄດ້ປະກອບສ່ວນວຽກງານໂຄສະນາເຜີຍແຜ່ມາດຕະການປ້ອງກັນການຕິດເຊື້ອ ແຜ່ເຊື້ອຢູ່ໃນຊຸມຊົນ ແລະ ສູນກັດກັນບໍລິເວນ ການປະກອບສ່ວນຄັ້ງນີ້ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບປັດຈຸບັນ.

error: Content is protected !!