ວັນນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເພີ່ມອີກ 999 ຄົນ

    ວັນທີ 22 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນວ່າ:  ວັນທີ 21 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 4.793 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 995 ຄົນ ຈາກ 16 ແຂວງ ເຊີ່ງມີຜູ້ຕິດເຊື້ອພະຍາດໂຄວິດຫຼາຍກວ່າແມ່ນນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງຄື: ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ ເມືອງໄຊເສດຖາ 91 ຄົນ ຈາກ 33 ບ້ານ ເມືອງສີສັດຕະນາກ 46 ຄົນ ຈາກ 15 ບ້ານ ເມືອງນາຊາຍທອງ 23 ຄົນ ຈາກ 8 ບ້ານ ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ ເມືອງສັງທອງ 1 ຄົນ ຈາກ 1 ບ້ານ. 

    ສໍາລັບຕ່າງແຂວງປະກອບມີ: 

  • ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ 
  • ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ 
  • ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ 
  • ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ 
  • ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ
  • ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ 
  • ໄຊຍະບູລີ ມີ 35 ຄົນ 
  • ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ 
  • ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ 
  • ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ
  • ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ 
  • ອັດຕະປື 10 ຄົນ 
  • ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ
  • ຫົວພັນ ມີ 11 ຄົນ ຈາກ 2 ເມືອງ 
  • ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ. 

    ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63.159 ຄົນ ເສຍຊີວິດສະສົມ 132 ຄົນ (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463 ຄົນ ກໍາລັງປິ່ນປົວ 11.490 ຄົນ ເຊິ່ງມື້ນີ້ຜູ້ເສຍຊີວິດໃໝ່ 1 ຄົນ ເພດຍິງ, ອາຍຸ 58 ປີ

# ຂ່າວ & ພາບ :  ສະບາໄພ

error: Content is protected !!