ລົດໄຟລາວ-ຈີນ ຈະເປີດນໍາໃຊ້ວັນທີ 3 ທັນວາ ໂດຍໃຫ້ບໍລິການຜູ້ໂດຍສານພາຍໃນກ່ອນ

    ເພື່ອກະກຽມສ້າງຕັ້ງດ່ານສາກົນ ທາງລົດໄຟ ລາວ-ຈີນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ສອດຄ່ອງຕາມດຳລັດຂອງລັດຖະບານ ວ່າດ້ວຍດານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ ລົງວັນທີ 31 ທັນວາ 2018 ວັນທີ 18 ພະຈິກ 2021 ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຄະນະຮັບຜິດຊອບຫຼັກໃນການຄົ້ນຄວ້າ ນໍາສະເໜີຂັ້ນເທິງອະນຸມັດສ້າງຕັ້ງດ່ານສາກົນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາພາຄະນະວິຊາການຈາກສູນກາງ ເຊັ່ນ: ກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ກະຊວງໂຍທາທິການ-ຂົນສົ່ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກະຊວງການເງິນ ກະຊວງອຸດສາຫະກຳ-ການຄ້າ ກະຊວງກະສິກຳ-ປ່າໄມ້ ແລະ ກະຊວງສາທາະລະນະສຸກ ລົງສຳຫຼວດ ເກັບກຳຂໍ້ມູນຢູ່ພື້ນທີ່ຕົວຈິງ ບໍລິເວນຈະສ້າງຕັ້ງເປັນດ່ານສາກົນ ທາງລົດໄຟ ລາວ-ຈີນ ທີ່ສະຖານີລົດໄຟບໍ່ເຕນ ແຂວງຫຼວງນໍ້າທາ ເພື່ອນໍາສະເໜີລັດຖະບານພິຈາລະນາອະນຸມັດຕາມລະບຽບຫຼັກການ.

    ທ່ານ ໂພໄຊ ໄຂຄໍາພິທູນ ໃຫ້ສໍາພາກວ່າ: ໂດຍປະຕິບັດຕາມແຜນການ ກໍຄືການຕົກລົງຂອງລັດຖະບານ ສປປ ລາວ ແລະ ສປ ຈີນ ກ່ຽວກັບການເປີດທາງລົດໄຟ ລາວ-ຈີນ ເຊິ່ງສອງລັດຖະບານມີແຜນຈະ ເປີດນໍາໃຊ້ເປັນທາງການວັນທີ 3 ທັນວາ 2021 ໂດຍສອງປະເທດຖືເປັນໂອກາດສໍາຄັນເພື່ອຄໍານັບຮັບ ຕ້ອນວັນຊາດ (2 ທັນວາ) ຄົບຮອບ 46 ປີ ຂອງ ສປປ ລາວ ເພື່ອເປັນການຄໍານັບຮັບຕ້ອນໂອກາດຄົບຮອບ 60 ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນນີ້ ເບື້ອງຕົ້ນຈະໃຫ້ບໍລິການ ສະເພາະຜູ້ໂດຍສານພາຍໃນປະເທດ ຈາກນະຄອນຫຼວງວຽງຈັນ-ແຂວງຫຼວງນໍ້າທາ 2 ຖ້ຽວຕໍ່ວັນ ສ່ວນການ ຂົນສົ່ງສິນຄ້າລະຫວ່າງ ລາວ-ຈີນ ຈະເລີ່ມໃຫ້ບໍລິການນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ-ຈີນ ເປັນຕົ້ນໄປ ໂດຍຈະໃຫ້ບໍລິການ 2 ຖ້ຽວຕໍ່ວັນ ນໍ້າໜັກສິນຄ້າຖ້ຽວລະ 2.000-3.000 ໂຕນ ສ່ວນການໃຫ້ບໍລິການທ່ອງທ່ຽວ ສາກົນ ແມ່ນຍັງບໍ່ທັນໃຫ້ບໍລິການ ຍ້ອນວ່າຍັງມີການລະບາດຂອງພະຍາດໂຄວິດ-19.

    ບົນຈິດໄຈດັ່ງກ່າວ ຄະນະຮັບຜິດຊອບຊີ້ນໍາການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍຄືຄະນະກະກຽມໃນ ການເປີດການນໍາໃຊ້ທາງການ ຈຶ່ງໄດ້ລົງກວດກາສະຖານທີ່ຕົວຈິງ ໂດຍສະເພາະ ສະຖານີບໍ່ເຕັນ ເຊິ່ງເປັນ ສະຖານີສາກົນ ເພາະທາງລົດໄຟຈະມາຜ່ານນີ້ເປັນບ່ອນທໍາອິດ ພາຍຫຼັງທີ່ໄດ້ລົງກວດກາພື້ນທີ່ຕົວຈິງ ເຫັນ ວ່າສະຖານີດັ່ງກ່າວມີຄວາມພ້ອມຫຼາຍສົມຄວນ ເປັນຕົ້ນ ດ້ານການກໍ່ສ້າງພື້ນຖານໂຄງລ່າງ ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ພາຍຫຼັງໄດ້ກວດພື້ນທີ່ຕົວຈິງແລ້ວ ຄະນະກໍໄດ້ມີການປະຊຸມປຶກສາຫາລືກັບ ພາກສ່ວນຕ່າງໆ ເພື່ອຮັບຟັງການລາຍງານກ່ຽວກັບຄວາມພ້ອມດ້ານຕ່າງໆ ໂດຍສະເພາະ ກວດກາຄືນ ກ່ຽວກັບພື້ນຖານໂຄງລ່າງ ການປະກອບບຸຄະລາກອນຕ່າງໆທີ່ຈະປະກອບເຂົ້າຢູ່ດ່ານດັ່ງກ່າວ ເພື່ອຮັບ ຜິດຊອບປະຕິບັດວຽກ ເປັນຕົ້ນ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງ ພາສີ ກັກກັນພືດ ສາທາລະນະສຸກ ແລະ ພາກ ສ່ວນອື່ນໆ ເຊິ່ງໂດຍລວມ ເຫັນວ່າດ່ານແມ່ນມີຄວາມພ້ອມໃນການກະກຽມເກືອບ 100%. 

    ທ່ານ ໂພໄຊ ໄຂຄໍາພິທູນ ກ່າວຕື່ມອີກວ່າ: ພາຍຫຼັງທີ່ເປີດບໍລິການເປັນທາງການ ວັນທີ 3 ທັນວາ 2021 ຈະໃຫ້ບໍລິການຜູ້ໂດຍສານພາຍໃນກ່ອນ ແລະ ຈະເລີ່ມການຂົນສົ່ງສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ຈາກ ສປ ຈີນ ມາ ສປປ ລາວ ສໍາລັບລາຍລະອຽດຕ່າງໆນັ້ນ ໂດຍສະເພາະເລື່ອງລາຄາຄ່າໂດຍສານ ຍັງບໍ່ທັນ ໄດ້ກໍານົດ ປັດຈຸບັນ ຍັງຢູ່ໃນຂັ້ນຕອນພິຈາລະນາ ແລະ ຄາດຄະເນວ່າຈະໃຫ້ສໍາເລັດໃນໄວໆນີ້ ສ່ວນຕາຕະ ລາງເວລາເດີນທາງ ນິຕິກໍາ ສັນຍາຕ່າງໆລະຫວ່າງປະເທດ ການຂົນສົ່ງລະຫວ່າງປະເທດ ແມ່ນຢູ່ໃນໄລຍະການດໍາເນີນການພິຈາລະນາ ສັງລວມແລ້ວ ມາຮອດປັດຈຸບັນແມ່ນມີຄວາມພ້ອມເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ເປັນທາງການ.

    ປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍຍັງສືບຕໍ່ແຜ່ລະບາດຢ່າງຮ້າຍແຮງຢູ່ໃນໂລກ ກໍຄືຢູ່ ສປປ ລາວ ແຕ່ລະວັນຍັງມີຜູ້ຕິດເຊືອເປັນຈໍານວນຫຼວງຫຼາຍ ສະນັ້ນ ມາດຕະການຕ່າງໆທີ່ຕິດພັນ ກັບການ ປ້ອງກັນພະຍາດດັ່ງກ່າວ ເຊິ່ງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈະຕ້ອງໄດ້ຄົ້ນຄວ້າກ່ຽວກັບມາດຕະການຕ່າງໆໃຫ້ເໝາະສົມ ແລະ ເຂັ້ມງວດໃນການຊົມ ໃຊ້ ໂດຍສະເພາະ ຜູ້ໂດຍສານທີ່ຈະນໍາໃຊ້ຢູ່ໃນລົດໄຟ ລວມທັງສິນຄ້າຕ່າງໆທີ່ຈະນໍາເຂົ້າ-ສົ່ງອອກ ສປປ ລາວ ສໍາລັບຜູ້ໂດຍສານທີ່ຈະເດີນທາງໄປຕ່າງປະເທດ ໂດຍສະເພາະໄປ ສປ ຈີນ ໃນໄລຍະນີ້ອາດຍັງບໍ່ທັນມີ ເນື່ອງຈາກວ່າ ສປ ຈີນ ກໍໄດ້ມີມາດຕະການຢ່າງເຄັ່ງຄັດໃນການອະນຸຍາດຜູ້ທີ່ຈະເດີນທາງເຂົ້າ ສປ ຈີນ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!