ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ໃຫ້ແກ່ສະມາຊິກຊາວໝຸ່ມໃນຂົງເຂດເສດຖະກິດ

    ວັນທີ 19 ພະຈິກ 2021 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຄະນະບໍລິຫານງານຊາວໜຸ່ມກະຊວງ ຜທ ຈັດກອງປະຊຸມສໍາມະນາວິທະຍາສາດໃນຫົວຂໍ້ “ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າສູ່ວຽກງານຕົວຈິງ ຂອງຊາວໝຸ່ມປະຊາຊົນປະຕິວັດລາວ ໃນຂົງເຂດເສດຖະກິດ” ເປັນປະທານຂອງສະຫາຍ ອຸຕະແກ້ວ ແກ້ວດວງສິນ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຜທ ມີສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕີວັດລາວ ພ້ອມຄະນະນໍາກະຊວງ ຄະນະບໍລິຫານງານພັກກະຊວງ ຜູ້ຕາງໜ້າບັນດາໜ່ວຍພັກ ບັນດາຄະນະຊາວໜຸ່ມແຮກສ່ຽວ ແລະ ຄະນະຊາວໜຸ່ມຈາກບັນດາກະຊວງ-ອົງການໃນຂະແໜງເສດຖະກິດ ແລະ ຜູ້ເຂົ້າຮ່ວມຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງແຜນການ ແລະ ການລົງທຶນ ລວມທັງໝົດຈໍານວນ 200 ກວ່າສະຫາຍ ໂດຍນໍາໃຊ້ຮູບແບບປະສົມປະສານລະຫວ່າງກອງປະຊຸມປົກກະຕິ ແລະ ກອງປະຊຸມຜ່ານລະບົບທາງໄກ. 

    ກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ສະມາຊິກຊາວໝຸ່ມໃນຂົງເຂດເສດຖະກິດ ກ່ຽວກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເພື່ອໃຫ້ສາມາດນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງທີ່ຕົນຮັບຜິດຊອບ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຊີ້ໃຫ້ເຫັນເຖິງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ທີ່ມີລັກສະນະຊໍ້າເຮື້ອ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ ເຖິງແມ່ນວ່າລັດຖະບານໄດ້ມີຄວາມພະຍາຍາມສູງໃນການແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວກໍຕາມ ເປັນຕົ້ນ: ການແກ້ໄຂບັນຫາໜີ້ສິນ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ບັນຫາອືື່ນໆ ແຕ່ເນື່ອງຈາກພື້ນຖານເສດຖະກິດຂອງປະເທດເຮົາ ຍັງມີຄວາມບອບບາງ ບໍ່ທັນມີພື້ນຖານສ້າງລາຍຮັບໄດ້ຕາມທ່າແຮງບົ່ມຊ້ອນທີ່ມີ ລະບົບການເງິນ-ເງິນຕາຍັງອ່ອນນ້ອຍ ຍ້ອນສະພາບດັັງກ່າວ ລັດຖະບານຈຶ່ງຖືເອົາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນວຽກງານຈໍາເປັນ-ຮີບດ່ວນ ແລະ ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອດໍາເນີນການແກ້ໄຂຮີບດ່ວນ ໃນໄລຍະປີ 2021-2023 ນີ້. 

    ໃນກອງປະຊຸມ ຍັງໄດ້ມີການປະກອບຄໍາເຫັນຈາກບັນດາຊາວໜຸ່ມແຮກສ່ຽວ ຕາງໜ້າຊາວໜຸ່ມກະຊວງການເງິນ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທະນາຄານແຫ່ງ ສປປ ລາວ ແລະ ບັນດາໜ່ວຍຊາວໜຸ່ມໃນກະຊວງແຜນການ ແລະ ການລົງທຶນ ເຊິ່ງເຮັດໃຫ້ກອງປະຊຸມມີບັນຍາກາດທີ່ຄຶກຄື້ນ ແລະ ເຕັມໄປດ້ວຍການປຶກສາຫາລືທີ່ເປັນປະໂຫຍດ ພ້ອມດຽວກັນນັ້ນ ກອງປະຊຸມໄດ້ຮັບກຽດເປັນຢ່າງສູງຈາກສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕີວັດລາວ ທີ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ການໂອ້ລົມຂອງສະຫາຍ ຈະເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ບັນດາຊາວໜຸ່ມໃນຂົງເຂດເສດຖະກິດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!