ວັນນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມອີກ 6 ຄົນ

    ທ່ານ ນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 21 ພະຈິກ 2021ວ່າ: ວັນທີ 20 ພະຈິກ ໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 5.259 ຕົວຢ່າງ ໃນນີ້ ກວດພົບຜູ້ຕິດເຊື້ອໃໝ່ 921 ຄົນ ເຮັດໃຫ້ຕົວເລກຜູ້ເສຍຊິວິດຈາກເຊື້ອພະຍາດດັ່ງກ່າວມີຕົວເລກສະສົມ 62.160 ຄົນ ໃນນີ້ ພາຍໃນ 48.058 ຄົນ ແລະ ຕ່າງປະເທດ 14.102 ຄົນ ເສຍຊິວິດສະສົມ 132 ຄົນ ໃນນີ້ເສຍຊິວິດເພີ່ມໃໝ່ 6 ຄົນ ແລະ ປູ່ນປົວຫາຍດີ 683 ຄົນ ຍັງຕິດຕາມປິ່ນປົວ 10.964 ຄົນ. 

    ສໍາລັບຄົນເຈັບເສຍຊິວິດ 6 ຄົນມີຄື: 

  • ຜູ້ທີ 1 ເພດຍິງ ອາຍຸ 88 ປີ ບ້ານວັດທາດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ມີພະຍາດປະຈໍາຕົວ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກວັກຊິນກັນໂຄວິດ-19 
  • ຜູ້ທີ 2 ເພດຊາຍ ອາຍຸ 88 ປີ ວັນຊາດຫວຽດນາມ ບ້ານໂພໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວ ເປັນເບົາຫວານ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກວັກຊິນກັນໂຄວິດ-19 
  • ຜູ້ທີ 3 ເພດຊາຍ ອາຍຸ 71 ປີ ອາຊີບ ຜູ້ເຖົ້າ ບ້ານ ສີສຸມຸງຄຸນ ເມືອງປາກຊັນ ແຂວງບໍລິຄໍາໄຊ ມີພະຍາດປະຈໍາຕົວ ເປັນເບົາຫວານ ແລະ ຄວນມີດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກວັກຊິນກັນໂຄວິດ-19 
  • ຜູ້ທີ 4 ເພດຊາຍ ອາຍຸ 39 ປີ ອາຊີບ ປະຊາຊົນ ບ້ານນໍ້າອ່າງ ຄຸ້ມໂພນໄຊ ເມືອງທຸລະຄົມ ແຂວງວຽງຈັນ ບໍ່ມີປະຫວັດພະຍາດປະຈໍາຕົວ ຜ່ານມາໄດ້ຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັມ 
  • ຜູ້ທີ 5 ເພດຊາຍ ອາຍຸ 62 ປີ ບ້ານ ອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວ ເບົາຫວານ ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ ຜ່ານມາບໍ່ໄດ້ຮັບການສັກວັກຊິນກັນໂຄວິດ-19 
  • ຜູ້ທີ 6 ເພດຍິງ ອາຍຸ 51 ປີ ຢູ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວຄວາມດັນເລືອດສູງ ເບົາຫວານ ແລະ ພະຍາດຕັບ ຜູ້ກ່ຽວໄດ້ຮັບການສັກວັກຊິນກັນໂຄວິດ-19 ຄົບ. 

    ສໍາລັບຜູ້ຕິດເຊື້ອໃໝ່ 921 ຄົນ ໃນນີ້ຈາກພາຍໃນ 911 ຄົນ ຄື: 

  • ນະຄອນຫຼວງວຽງຈັນ 359 ຄົນ ມາຈາກ 161 ບ້ານ ໃນ 8 ເມືອງ 
  • ຫຼວງພະບາງ 123 ຄົນ ໃນ 38 ບ້ານ ແລະ 9 ເມືອງ 
  • ຈໍາປາສັກ 81 ຄົນ ໃນ 39 ບ້ານ ແລະ 10 ເມືອງ 
  • ໄຊຍະບູລີ 49 ຄົນ ໃນ 13 ບ້ານ ແລະ 1 ເມືອງ 
  • ອຸດົມໄຊມີ 26 ຄົນ ໃນ 9 ບ້ານ ແລະ 3 ເມືອງ 
  • ຫຼວງນໍ້າທາ 19 ຄົນ ໃນ 8 ບ້ານ ແລະ 1 ເມືອງ 
  • ວຽງຈັນ 31 ຄົນ ໃນ 20 ບ້ານ ແລະ 6 ເມືອງ 
  • ບໍ່ແກ້ວ 52 ຄົນ ໃຮ 8 ບ້ານ ແລະ 3 ເມືອງ 
  • ຜົ້ງສາລີ 86 ຄົນ ໃນ 15 ບ້ານ ແລະ 4 ເມືອງ 
  • ບໍລິຄໍາໄຊ 11 ຄົນ ໃນ 8 ບ້ານ ແລະ 2 ເມືອງ 
  • ເຊກອງ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ 
  • ສະຫວັນນະເຂດ 29 ຄົນ ໃນ 15 ບ້ານ ແລະ 3 ເມືອງ 
  • ຄໍາມ່ວນ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ 
  • ສາລະວັນ 23 ຄົນ ໃນ 7 ບ້ານ ແລະ 2 ເມືອງ 
  • ຫົວພັນ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ 
  • ຊຽງຂວາງ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ ແລະ 
  • ອັດຕະປື 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ. 

    ສ່ວນການຕິດເຊື້ອໃນຜູ້ເດີນທາງເຂົ້າປະເທດມີ 10 ຄົນ ຄື: ຈາກນະຄອນຫຼວງວຽງຈັນ 2 ຄົນ ສະຫວັນນະເຂດ 5 ຄົນ ແລະ ຫົວພັນ 3 ຄົນ ທັງໝົດ ເມື່ອກວດເປັນບວກແລ້ວ ພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ແຂວງກຳນົດໄວ້.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!