ດີເອັສວີ ແລະ ຮ່ວມມິດການພິມ ມອບເສື້ອກັກໃຫ້ສື່ມວນຊົນ

    ວັນທີ 19 ພະຈິກ 2021 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ສຸກສາຄອນ ສຸລິຍາ ອຳນວຍການ ບໍລິສັດ ດີເອັສວີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ຮ່ວມມິດການພິມ ໄດ້ມອບເສື້ອກັກສື່ມວນຊົນ ຈຳນວນ 300 ຜືນ ລວມມູນຄ່າ 70 ລ້ານກວ່າກີບ ໃຫ້ແກ່ສື່ມວນຊົນ ກະຊວງ ຖວທ ເຊິ່ງຕາງໜ້າຮັບໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. 

    ໂອກາດນີ້ ທ່ານ ສົມສະຫວາດ ພົງສາ ໄດ້ຕາງໜ້າໃຫ້ແກ່ສື່ມວນຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບໍລິສັດ ດີເອັສວີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ຮ່ວມມິດການພິມ ທີ່ໄດ້ນຳເສື້ອກັກທີ່ເປັນສັນຍະລັກສະແດງໃຫ້ຮູ້ເຖິງສື່ມວນຊົນ ໃນເວລາໄປເຄື່ອນໄຫວວຽກງານຕ່າງໆ ເຊິ່ງເສື້ອກັກທີ່ໄດ້ຮັບໃນຄັ້ງນີ້ ຈະໄດ້ນຳໄປແຈກຢາຍໃຫ້ບັນດາສື່ມວນຊົນທຸກຂະແໜງການທີ່ໄດ້ຮັບໃຊ້ໜ່ວຍງານສະເພາະກິດໂຄສະນາຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ທັງເປັນການຍົກສູງບົດບາດຂອງສື່ມວນຊົນລາວ ໃນການເຄື່ອນໄຫວວຽກງານຕ່າງໆໃນຂອບເຂດທົ່ວປະເທດ.

    # ຂ່າວ & ພາບ : ໄຊບັນດິດ

error: Content is protected !!