ມອບ-ຮັບ ໜ້າທີ່ປະທານສານປະຊາຊົນນະຄອນຫຼວງວຽງຈັນ

    ໃນວັນທີ 19 ພະຈິກ ນີ້ ທີ່ສານປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບ ໜ້າທີ່ ປະທານສານປະຊາຊົນ ນະຄອນຫຼວຽງຈັນ (ນວ) ລະຫວ່າງທ່ານ ແສງສຸວັນ ຈັນທະລຸນນຸວົງ ຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ເລຂາຄະນະພັກຮາກຖານ ປະທານສານປະຊາຊົນນະຄອນຫຼວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ນາງ ເກສອນ ພັນລັກ ປະທານສານປະຊາຊົນນະຄອນຫຼວງ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານການນຳນະຄອນຫຼວງວຽງຈັນ. 

    ທ່ານ ແສງສຸວັນ ຈັນທະລຸນນຸວົງ ໄດ້ຜ່ານບົດສະຫຼຸບໜ້າທີ່ວຽກງານຂອງສານປະຊາຊົນນະຄອນຫຼວງວຽງຈັນໄລຍະຜ່ານມາວ່າ: ຄະນະພັກຮາກຖານສານປະຊາຊົນ ນວ ແມ່ນຮາກຖານພັກໜຶ່ງຂຶ້ນກັບການຊີ້ນຳ-ນຳພາ ໂດຍກົງຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ປະກອບມີ 8 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຫ້ອງການ-ຈັດຕັ້ງ ໜ່ວຍພັກຄະນະສານອາຍາ ໜ່ວຍພັກຄະນະສານເດັກ ໜ່ວຍພັກຄະນະສານແພ່ງ ໜວ່ຍພັກຄະນະສານຄອບຄົວ ໜວ່ຍພັກຄະນະສານແຮງງານ ໜ່ວຍພັກຄະນະສານການຄ້າ ແລະ ໜ່ວຍພັກຄະນະສານປົກຄອງ. 

    ປັດຈຸບັນ ມີຄະດີທີ່ຍັງຄ້າງຢູ່ສານທັງໝົດ 1.305 ເລື່ອງ ໃນນັ້ນ ແຍກເປັນຄະດີແພ່ງທັງໝົດ 404 ເລື່ອງ ຄະດີອາຍາ 586 ເລື່ອງ ຄະດີການຄ້າ 247 ເລື່ອງ ຄະດີຄອບຄົວ 38 ເລື່ອງ ຄະດີເດັກ 23 ເລື່ອງ ແລະ ຄະດີແຮງງານ 7 ເລື່ອງ; ສ່ວນຄະດີປົກຄອງແມ່ນບໍ່ມີ (ສະຫຼຸບຮອດເດືອນ 10/2021). 

    ໃນພິທີດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມ​ເຊີຍຕໍ່ຜົນງານຂອງປະທານ ແລະ ພະນັກງານສານທຸກຄົນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ປະທານຜູ້ໃໝ່ຈົ່ງ​ສືບຕໍ່ຮັກສາມູນເຊື້ອອັນດີງາມທີ່ຜ່ານມາ ແລະ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ມີຄຸນທາດການ​ເມືອງໜັກແໜ້ນ ມີຄຸນສົມບັດ ສິນທຳປະຕິບັດ ມີຈັນຍາບັນ-ຈັນຍາທຳ ມີນໍ້າໃຈຮັກຊາດ ຮັບໃຊ້ປະຊາຊົນ ມີສະຕິເຄົາລົບປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ​ອືບຕໍ່ຊີ້ນຳ-ນຳພາ ບັນດາຄະນະສານ ໃນການປະຕິບັດໜ້າທີ່ວຽກງານທີ່ຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ ໂດຍສະເພາະ ວຽກງານການຄົ້ນຄວ້າແກ້ໄຂຄະດີຂອງແຕ່ລະຄະນະສານໃຫ້ມີຄວາມວ່ອງໄວ ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ

error: Content is protected !!