ເຊື່ອມຊຶມເອກະສານການລົງປະເມີນໄລຍະຕົ້ນຕາມດໍາລັດ 348/ລບ

    ກອງປະຊຸມທົບທວນຕາມລັດ 348/ລບ ແລະ ເຜີຍແຜ່-ເຊື່ອມຊຶມເອກະສານກະກຽມການລົງປະເມີນໄລຍະຕົ້ນຕາມດໍາລັດດັ່ງກ່າວ ຈັດຂຶ້ນວັນທີ 18 ພະຈິກ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າ ຮອງຫົວໜ້າພະແນກການ ຫ້ອງການທຽບເທົ່າອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ຕີລາຄາການຊີ້ນໍາພາ ທົບທວນຄືນການຈັດຕັ້ງປະຕິບັດຕາມດໍາລັດ 348/ລບ ຂອງແຕ່ລະເມືອງ ຫຼື ຕົວເລກຄາດໝາຍທີ່ບັນດາເມືອງໄດ້ກໍານົດ ແລະ ໄດ້ຮັບຮອງໄປແລ້ວ ອອກຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 547/ຈນວ ວ່າດ້ວຍການປະກາດໃຊ້ຜົນການເກັບກໍາຂໍ້ມູນຄວາມທຸກຍາກມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາໃນປີ 2020 ຂໍ້ມູນດັ່ງກ່າວ ໄດ້ສະແດງອອກໃນຫຼາຍດ້ານ ຫຼາຍມາດຕະຖານ ແລະ ຫຼາຍຕົວຊີ້ບອກທີ່ຍັງບໍ່ທັນບັນລຸໄດ້ຕາມມາດຕະຖານ ພ້ອມນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນຕໍ່ການຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ໄລຍະຜ່ານມາ ໂດຍສະເພາະ ການແກ້ໄຂຄອບຄົວທຸກຍາກ ບ້ານທຸກຍາກ ເມືອງທຸກຍາກ ແລະ ເມືອງເຂັ້ມແຂງຮອບດ້ານໃນຂັ້ນຂອງຕົນຮັບຜິດຊອບ ເປົ້າໝາຍການພັດທະນາຊົນນະບົດ ແລະ ກ້າວເປັນສະຫະກອນ ຕາມປັດໄຈມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງດໍາລັດດັ່ງກ່າວສ່ອງແສງເຖິງຕົວຊີ້ບອກເຖິງເນື້ອໃນການພັດທະນາຊົນນະບົດໃໝ່ ແລະ ລຶບລ້າງຄວາມທຸກຍາກທີ່ເປັນການປະຕິວັດອັນດັບໜຶ່ງຕາມທິດສາມສ້າງ ເຂົ້າສູ່ລວງເລິກ ແລະ ທົ່ວເຖິງ ການພັດທະນາຊົນນະບົດຮອບດ້ານຕາມຈິດໃຈໃໝ່ ເຊິ່ງເນັ້ນເຖິງຄຸນນະພາບຊີວິດຂອງບັນດາເຜົ່າໃນຕົວເມືອງ ແລະ ຊານເມືອງໃຫ້ມີຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ. 

    ໃນວາລະກອງປະຊຸມດັ່ງກ່າວ ທ່ານ ພູຂົງ ບັນນະວົງ ໄດ້ຕາງໜ້າໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມອບອຸປະກອນ ຄອມພິວເຕີແທັບເລັດໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ 9 ຕົວເມືອງຄື: ຄອມພິວເຕີ ເມືອງລະ 1 ຊຸດ ວາຍຟາຍເມືອງລະ 1 ອັນ ສ່ວນແທັບເລັດມອບໃຫ້ເມືອງຈັນທະບູລີ 13 ໜ່ວຍ ພາວເວີແບັງ 13 ອັນ ສີໂຄດຕະບອງ ແທັບເລັດ 18 ໜ່ວຍ ພາວເວີແບັງ 18 ອັນ ໄຊເສດຖາ ແທັບເລັດ 17 ໜ່ວຍ ພາວເວີແບັງ 17 ອັນ ສີສັດຕະນາກ ແທັບເລັດ 14 ໜ່ວຍ ພາວເວີແບັງ 14 ອັນ   ນາຊາຍທອງ ແທັບເລັດ 16 ໜ່ວຍ ພາວເວີແບັງ 16 ອັນ ໄຊທານີ ແທັບເລັດ 20 ໜ່ວຍ ພາວເວີ້ແບັງ 20 ອັນ ຫາດຊາຍຟອງ ແທັບເລັດ 16 ໜ່າວ ພາວເວີ້ແບັງ 16 ໜ່ວຍ ສັງທອງ ແທັບເລັດ 9 ໜ່ວຍ ພາວເວີແບັງ 9 ອັນ ແລະ ເມືອງປາກງື່ມ ແທັບເລັດ 12 ໜ່ວຍ ພາວເວີແບັງ 12 ອັນ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!