ຄອບຄົວທຸກຍາກບ້ານໂພນສີນວນ ໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງລາວ

   ໃນວັນທີ 15 ພະຈິກ 2021 ອົງການກາແດງລາວ ໄດ້ນໍາເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນໄປມອບໃຫ້ແກ່ຄອບຄົວທີ່ທຸກຍາກຂາດເຂີນຈຳນວນ 20 ຄອບຄົວ ທີ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ນ້ຳດື່ມ ເຂົ້າສານໜຽວ ນ້ຳມັນພືດ ໄຂ່ໄກ່ ປ໋ອງປາ ພ້ອມດ້ວຍເຄື່ອງສຸຂະອານະໄມຈຳນວນໜຶ່ງ ລວມມູນຄ່າ: 6.485.000 ກີບ ຕາງໜ້າມອບທ່ານ ດຣ ກາວີພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ອົງການກາແດງລາວ ແລະ ຕາງໜ້າຮັບຂອງທ່ານ ນາງ ວັນເພັງ ພັນພົນດີ ນາຍບ້ານບ້ານໂພນສີນວນ ໂດຍມີອຳນາດການປົກຄອງ ພ້ອມດ້ວຍ ຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ເຂົ້າຮ່ວມ.

    ທ່ານນາຍບ້ານບ້ານໂພນສີນວນ ໄດ້ກ່າວສະແດງຄວາມຂອບໃຈມາຍັງອົງການກາແດງລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນໃນຄັ້ງນີ້ ທ່ານຍັງໃຫ້ຄຳໝັ້ນສັນຍາວ່າ ເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອເຫຼືອໃນຄັ້ງນີ້ ຈະໄດ້ນຳໄປມອບໃຫ້ເຖິງມືປະຊາຊົນຢ່າງແນ່ນອນ ສຳລັບເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກສະພາກາຊາດໄທ ແລະ ສັງຄົມພາຍໃນນະຄອນຫຼວງວຽງຈັນ. 

# ຂ່າວ & ພາບ : ບຸນມີ

error: Content is protected !!