ຫົງສາ ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ

    ວັນທີ 17 ພະຈິກ 2021 ທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້ການເກັບກູ້ຜົນຜະລິດຂອງຊາວກະສິກອນຢູ່ພາຍໃນເມືອງ.

    ໂອກາດນີ້ ທ່ານເຈົ້າເມືອງຫົງສາ ໃຫ້ສຳພາດວ່າ: ກ່ຽວກັບການເກັບກູ້ຜົນຜະລິດລະດູຝົນ ແລະ ຊຸກຍູ້ການປູກພືດລະດູແລ້ງຂອງຊາວກະສິກອນ ປະຈຳປີ 2022 ສະເພາະການປູກພືດລະດູຝົນ ແຜນການຜະລິດທົ່ວເມືອງໃນເນື້ອທີ່ທັງໝົດ 5.310 ເຮັກຕາ ປະຕິບັດຕົວຈິງໄດ້ 4.497,84 ເຮັກຕາ ເທົ່າກັບ 84,70% ມາຮອດປັດຈຸບັນ ສາມາດເກັບກູ້ຜົນຜະລິດລະດູຝົນແລ້ວທັງໝົດ 4.252,77 ເຮັກຕາ ເທົ່າກັບ 94,55% ໃນນັ້ນ ມີເຂົ້ານາປີ ເຂົ້າເນີນສູງ ສາລີ ໝາກເດືອຍ ໝາກງາ ຖົ່ວດິນ ອ້ອຍ ໝາກເຜັດ ໝາກເຂືອ ຂີງ ເຜືອກ-ມັນ ແລະ ພືດຜັກຕ່າງໆ ພ້ອມນີ້ ຍັງໄດ້ສືບຕໍ່ຍູ້ແຮງຂະບວນການຜະລິດລະດູແລ້ງປະຈຳປີ 2022 ໃຫ້ເປັນຂະບວນຟົດຟື້ນຕາມແຜນການໃນເນື້ອທີ່ 984 ເຮັກຕາ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດເຮັດໄດ້ໃນເນື້ອທີ່ທັງໝົດ 211,25 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ 21,46 % ໃນນັ້ນມີ ພືດທີ່ປູກສຳເລັດສ່ວນໃຫຍ່ ແມ່ນຜັກບົ່ວ ຜັກທຽມ ສາລີແລ້ງ ແລະ ພືດຜັກຕ່າງໆ ສໍາລັບນາແຊງ ປັດຈຸບັນແມ່ນກຳລັງກະກຽມດິນ ສ່ວນການປູກໝາກໂມແມ່ນມີ 3 ບໍລິສັດລົງທຶນໃນການປູກທັງໝົດ 400 ເຮັກຕາ ປັດຈຸບັນ ການກະກຽມດິນສຳເລັດແລ້ວ 102,5 ເຮັກຕາ ເທົ່າກັບ 25,62% ທັງນີ້ກໍເພື່ອຊຸກຍູ້ການຜະລິດພືດຂອງຊາວກະສິກອນຢູ່ພາຍໃນເມືອງຫົງສາໃຫ້ມີຄວາມເຂັ້ມແຂງ ຫັນໄປສູ່ການຜະລິດເປັນສິນຄ້າ ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.

error: Content is protected !!