ເປີດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ໃນ ສປປ ລາວ

    ວັນທີ 17 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ໃນ ສປປ ລາວ ທາງອອນລາຍ ພາຍໃຕ້ຫົວຂໍ້: “ ເພີ່ມທະວີການເປັນຄູ່ຮ່ວມ ເພື່ອຍົກສູງປະສິດທິຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແນໃສ່ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19” ໂດຍການໃຫ້ກຽດເຂົ້າຮ່ວມກ່າວເປີດກອງປະຊຸມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ມີຜູ້ບັນດາພາສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. 

    ກອງປະຊຸຸມໂຕະມົນ ແມ່ນເວທີປືກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງຜະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປລາວ ໃນແຕ່ລະໄລຍະ ລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ.

..# ຂ່າວ – ພາບ :  ວຽງມາ

error: Content is protected !!