ປິດໂຄງການສຳຫຼວດແຫ່ງຊາດ ວ່າດ້ວຍສຸຂະພາບຂອງປະຊາຊົນລາວ

    ກອງປະຊຸມປິດໂຄງການສຳຫຼວດແຫ່ງຊາດ ວ່າດ້ວຍສຸຂະພາບຂອງປະຊາຊົນລາວ ຈັດຂຶ້ນວັນທີ 16 ພະຈິກ 2021 ທີ່ໂຮງແຮມຄຣາວ ພລາຊາ (ກອງປະຊຸມທາງໄກ) ເປັນປະທານຮ່ວມຂອງທ່ານາງ ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ແລະ ທ່ານນາງ ອຸຣິຣັດ ຈະເລີນໂຕ ອະທິບໍດີກົມການຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດລາຊະອະນາຈັກໄທ ທ່ານ ປີຍາມິດ ສິທະວາ ຄະນະບໍດີ ຄະນະແພດສາດ ມະຫາວິທະຍາໄລມະຫິດົນ ປະເທດໄທ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານນາງ ມະນີທອງ ວົງຫຼໍ່ຄຳ ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຜູ້ຮັບຜິດຊອບໂຄງການສຳຫຼວດແຫ່ງຊາດ ວ່າດ້ວຍສຸຂະພາບຂອງປະຊາຊົນລາວ ກ່າວວ່າ ໂຄງການດັ່ງກ່າວໄດ້ເນັ້ນໃສ່ພະຍາດບໍ່ຕິດຕໍ່ (NCD) ໂດຍເລີ່ມຈັດຕັ້ງປະຕິບັດແຕ່ເດືອນກຸມພາ ປີ 2020 ໂດຍໄດ້ມີການເຝິກອົບຮົມ ເກັບກຳຂໍ້ມູນ ພ້ອມທັງປະຕິບັດຕົວຈິງ ແລະ ວິເຄາະຂໍ້ມູນເພື່ອສະໜອງຂໍ້ມູນຂ່າວສານໃຫ້ກັບຜູ້ກຳນົດ ປັບປຸງນະໂຍບາຍ ແລະ ແຜນຍຸດທະສາດໃນຂະແໜງສາທາລະນະສຸກ ພ້ອມທັງນຳໃຊ້ເຂົ້າໃນການຄົ້ນຄວ້າຕໍ່ໄປ ເປັນຕົ້ນແມ່ນການຄົ້ນຄວ້າຊອກຫາປັດໄຈທີ່ພາໃຫ້ເກີດພະຍາດ NCD ເພື່ອປັບປຸງໃນຂັ້ນຕໍ່ໄປ ຜ່ານການລົງສຳຫຼວດ ເຫັນວ່າພະຍາດ NCD ທີ່ພົບເຫັນໃນປະຊາຊົນສ່ວນຫຼາຍ ແມ່່ນຄວາມດັນເລືອດສູງ ເບົາຫວານ ນໍ້າຕານໃນເລືອດສູງ ໄຂມັນໃນເລືອດສູງ ເພີ່ມຂຶ້ນທຽບໃສ່ການສຳຫຼວດຄັ້ງຜ່ານມາ. 

    ນອກຈາກນີ້ ກອງປະຊຸມຍັງໄດ້ສະເໜີຜົນຂອງໂຄງການສຳຫຼວດ ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບການປ້ອງກັນ ແລະ ຄວາມຄຸມພະຍາດ NCD ຈາກທີມງານຄະນະແພດສາດ ໂຮງໝໍຣາມາທິບໍດີ ມະຫາວິທະຍາໄລມະຫິດົນ ເພື່ອເປັນເອກະພາບໃນບາດກ້າວຕໍ່ໄປ ໂຄງການສຳຫຼວດແຫ່ງຊາດວ່າດ້ວຍສຸຂະພາບຂອງປະຊາຊົນລາວ ໄດ້ຮັບການສະໜັບສະໜູນຈາກກົມການຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດ ປະເທດໄທ.

    # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!