ກະຊວງສຶກສາທິການ ແລະ ກີລາ ກຳນົດ 8 ມາດຕະການຕ້ອງເພີ່ມທະວີຈັດຕັ້ງປະຕິບັດ

    ວັນທີ 16 ພະຈິກ 2021 ກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການກ່ຽວກັບການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຂະແໜງສຶກສາທິການ ແລະ ກີລາ ໃນຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປ ເຊິ່ງມີ 8 ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ 5 ມາດຕະການສືບຜ່ອນຜັນ ແລະ 6 ມາດຕະການຈັດຕັ້ງປະຕິບັດ

    ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ:

  1. ສືບຕໍ່ປີດການຮຽນການສອນໃນທຸກຊັ້ນ ທຸກສາຍ ໃນເມືອງ/ເຂດທີ່ມີການລະບາດພະຍາດ COVID-19 ໃນຊຸມຊົນ 
  2. ສືບຕໍ່ປີດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມ – ອອກກໍາລັງກາຍຕາມສວນສາທາລະນະຕ່າງໆ ຢູ່ແຂວງ/ນະຄອນຫຼວງ ທີ່ມີການລະບາດໃນຊຸມຊົນ 
  3. ຫ້າມຈັດກອງປະຊຸມ ເຝິກອົບຮົມ ສໍາມະນາຕ່າງໆແບບເຊິ່ງຫນ້າ ແລະ ການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງແຂວງ/ນະຄອນຫຼວງ ເມືອງ/ນະຄອນ ແລະ ເຂດທີ່ມີການລະບາດ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ 
  4. ຫ້າມພະນັກງານທີ່ອາໄສໃນເຂດທີ່ມີການລະບາດໃນຊຸມຊົນ ຜູ້ທີ່ສໍາຜັດໃກ້ຊິດກັບກໍລະນີຜູ້ຕິດເຊື້ອ (C1) ແລະ ຫ້າມພະນັກງານ-ຄູອາຈານເພດຍິງທີ່ຖືພາ ມາປະຈໍາການ ໃຫ້ຈັດຕັ້ງກັນເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ 
  5. ສໍາລັບຜູ້ບໍລິຫານ ພະນັກງານ-ຄູອາຈານ ນັກຮຽນ-ນັກສຶກສາ ທີ່ຮູ້ວ່າຕົນເອງເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນຂອງຕົນ ແລະ ການຈັດຕັ້ງ ໄດ້ຮັບຊາບຢ່າງຮີບດ່ວນ 
  6. ຫ້າມເດັດຂາດ ບໍ່ໃຫ້ຊຸມແຊວສັງສັນ ແລະ ຈັດງານລ້ຽງທຸກປະເພດ-ທຸກຮູບແບບ 
  7. ບໍ່ອະນຸຍາດໃຫ້ນັກຮຽນ-ນັກສຶກສາໃນຫໍພັກ ກິນເຂົ້າລວມກັນໃນໂຮງອາຫານ ຫຼື ໃນຫໍພັກ ແລະ ຫ້ອງພັກ 
  8. ໃນແຂວງທີ່ມີການແຜ່ລະບາດຂອງພະຍາດ COVID-19 ລະດັບ 3 ບໍ່ອະນຸຍາດໃຫ້ພະນັກງານ ຄູ-ອາຈານ ນັກຮຽນ-ນັກສຶກສາ ທີ່ອາໄສຢູ່ຫໍພັກ ອອກນອກສະຖານທີ່ໃນເວລາຮຽນ ຫຼື ກັບຄືນເມືອຢາມຄອບຄົວ ທຸກກໍລະນີ ຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ ຍົກເວັ້ນກໍລະນີພິເສດ ຈຳເປັນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກຄະນະຮັບຜິດຊອບ.

    ສ່ວນມາດຕະການສືບຕໍ່ຜ່ອນຜັນ 

  1. ໃຫ້ເປີດການຮຽນ-ການສອນ ທຸກຊັ້ນ ທຸກສາຍ ແບບເຊິ່ງໜ້າປົກກະຕິ ຫຼື ປະສົມປະສານຮູບແບບທີ່ເໝາະສົມ ຢູ່ເຂດທີ່ບໍ່ມີການລະບາດ ໃນຊຸມຊົນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ 
  2. ໃນເມືອງ ແລະ ເຂດທີ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ແມ່ນໃຫ້ສືບຕໍ່ຈັດການຮຽນການສອນແບບທາງໄກ ແລະ ແບບປະສົມປະສານ 
  3. ໃຫ້ເປີດບໍລິການສູນກີລາໃນຮົ່ມ ກີລາກາງແຈ້ງ ແລະ ຍ່າງອອກກໍາລັງກາຍ ໃນເຂດບໍ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ແຕ່ຕ້ອງໄດ້ຮັບການອະນຸຍາດເປີດກິດຈະການຖືກຕ້ອງຕາມກົດໝາຍ ແລະ ຫ້າມຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຢ່າງເດັດຂາດ 
  4. ອະນຸຍາດໃຫ້ຈັດອົບຮົມ ສໍາມະນາ ແລະ ກອງປະຊຸມແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ແຕ່ຜູ້ເຂົ້າຮ່ວມທຸກຄົນຕ້ອງໄດ້ສັກວັກຊີນຄົບໂດສ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ພ້ອມອຸປະກອນປ້ອງກັນຄົບຊຸດ 
  5. ອະນຸຍາດໃຫ້ຄັດເລືອກເອົານັກສຶກສາເຂົ້າຮຽນໃໝ່ໃນສາຍອາຊີວະສຶກສາ ວິທະຍາໄລ ສະຖາບັນການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ໂດຍນໍາໃຊ້ 1 ໃນ 3 ຮູບແບບ ຫຼືປະສົມປະສານກັນຄື: ການສອບເສັງແບບເຊິ່ງໜ້າ ການສອບເສັງຮູບແບບທາງໄກ (ອອນລາຍ) ແລະ ຄັດເລືອກອີງໃສ່ຄະແນນຮຽນຈົບຊັ້ນມັດທະຍົມສຶກສາ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ.

    ມາດຕະການຈັດຕັ້ງປະຕິບັດ 

  1. ກະຊວງ ສສກ ສືບຕໍ່ປະສານສົມທົບກັບກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮອງມາດຕະການ ແລະ ຂໍ້ແນະນໍາການເປີດຮຽນທີ່ປອດໄພໃນສະຖານການສຶກສາ ເພື່ອທົດລອງເປີດການຮຽນການສອນແບບເຊິ່ງໜ້າ ໃນສະຖານການສຶກສາທີ່ມີຄວາມພ້ອມ ແລະ ສະໝັກໃຈ ໂດຍເລັ່ງໃສ່ປີສຸດທ້າຍຂອງຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ໃນເຂດທີ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ໂດຍຜ່ານການປະເມີນຕົນເອງ ແລະ ການປະເມີນຂອງຄະນະສະເພາະກິດໃນຂັ້ນຂອງຕົນ 
  2. ໃຫ້ຜູ້ບໍລິຫານການສຶກສາ ແລະ ກີລາ ທຸກຂັ້ນ ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1494/ຫສນຍ ລົງວັນທີ 14 ພະຈິກ 2021 ແຈ້ງການຂອງຄະນະສະເພາະກິດກະຊວງ ສສກ ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ ນະຄອນຫຼວງ ຢ່າງເຂັ້ມງວດ 
  3. ສໍາລັບສະຖານການສຶກສາທີ່ເປີດຮຽນແບບເຊິ່ງໜ້າ ຕ້ອງຮັບປະກັນວັດຖຸອຸປະກອນ ມາດຕະການປ້ອງກັນຄົບຊຸດ ຖືກຕ້ອງ ຕາມການກຳນົດ 
  4. ໃນເວລາຢູ່ໂຮງຮຽນ ຖ້າເຫັນວ່ານັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ມີອາການຄ້າຍຄືການຕິດເຊື້ອພະຍາດ COVID-19 ເຊັ່ນ: ມີອຸນຫະພູມສູງເກີນ 37,5° ໄອ ເຈັບຄໍ ເຈັບຫົວ ໃຫ້ແຍກຜູ້ກ່ຽວໄປໄວ້ຫ້ອງປະຖົມພະຍາບານ ເພື່ອຫຼີກລ່ຽງການສໍາຜັດໃກ້ຊິດກັບຫຼາຍຄົນ ແລະ ໃຫ້ໂທປຶກສາເບີສາຍດ່ວນຂອງກະຊວງສາທາລະນະສຸກ 165 166 ແລະ ລາຍງານຄະນະສະເພາະກິດຂັ້ນຂອງຕົນດ່ວນ 
  5. ມອບໃຫ້ຜູ້ບໍລິຫານສະຖານການສຶກສາໃນທົ່ວປະເທດໃຫ້ການຮ່ວມມືໃນການສະໜອງຂໍ້ມູນຕົວເລກນັກຮຽນ-ນັກສຶກສາ ທີ່ເປັນກຸ່ມເປົ້າໝາຍສັກຢາວັກຊິນຂອງຂະແໜງສາທາລະນະສຸກ ຕາມແຈ້ງການ ຂອງກະຊວງສາທາລະນະສຸກ ແລະ ມາດຕະການທີ 6 ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ ເພີ່ມທະວີຢ່າງເຂັ້ມງວດ ໃນການຕິດຕາມ ກວດກາ ສະຫລຸບລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຄະນະສະເພາະກິດກະຊວງ ສສກ ຊາບ ກ່ອນວັນທີ 22 ພະຈິກ 2021.

# ຂ່າວ & ພາບ : ບຸນມີ

error: Content is protected !!