ຄະນະພັກຜູ້ແທນຂັ້ນສູງສອງນະຄອນ ພົບປະຮູບແບບທາງໄກ

    ກອງປະຊຸມພົບປະທາງໄກ ຄະນະພັກຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະພັກຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍສະຫາຍ ດີ່ງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນວັນທີ 17 ພິຈິກ 2021. ການພົບປະຄັ້ງນີ້ ແມ່ນບົນພື້ນຖານສາຍພົວພພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ປະຊາຊົນສອງຊາດລາວ – ຫວຽດນາມ ກໍຄືນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ແນໃສ່ຊຸກຍູ້ ແລະ ເປີດກ້ວາງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງສອງນະຄອນຫຼວງໃນຕໍ່ໜ້າ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ເຊິ່ງສອງນະຄອນຈະໄດ້ມີການທົບທວນ ຕີລາຄາຜົນການຮ່ວມມືຂອງບົດບັນທຶກການຮ່ວມມື ໃນໄລຍະໄໝ່ ແຕ່ປີ 2017-2020 ພ້ອມວາງທິດທາງແຜນການຮ່ວມມືໃນໄລຍະຕໍ່ໜ້າ. 

    ໃນພິທີການພົບປະຄັ້ງນີ້ ສະຫາຍ ອານຸພາບ ຕຸນາລົມ ມີຄໍາເຫັນວ່າ: ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ເຫັນວ່າມີຫຼາຍໂຄງການທີ່ສອງນະຄອນໄດ້ຮ່ວມກັນຈັດຕັ້ງປະຕິບັດ ແລະ ໄດ້ຮັບໝາກຜົນທີ່ເພິ່ງພໍໃຈ ເປັນຕົ້ນ ການຮ່ວມມືດ້ານການສຶກສາ ເສດຖະກິດ ເຊິ່ງພາຍຫຼັງສອງນະຄອນໄດ້ເຊັນບົດບັນທຶກຮ່ວມມືແຕ່ປີ 2017 ຫຼາຍໂຄງການຮ່ວມມືຂອງແຕ່ລະຂະແໜງການໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ໜ້າເສຍດາຍ ຕົກມາຮອດທ້າຍປີ 2019 ໄດ້ເກີດມີສະພາບການແຜ່ລະບາດພະຍາດໂຄວິດ-19 ເຮັດໃຫ້ການແລກປ່ຽນ ການໄປມາຫາສູ່ກັນ ແລະ ການຈັດຕັ້ງປະຕິບັດຫຼາຍໂຄງການບໍ່ໄດ້ດໍາເນີນໄປຕາມແຜນ ພ້ອມນັ້ນ ເຊື່ອໝັ້ນວ່າ ພາຍໃຕ້ເງື່ອນໄຂໃໝ່ຂອງການດໍາລົງຊີວິດແບບໃໝ່ ການຮ່ວມມືຂອງສອງນະຄອນຈະໄດ້ຮັບການຈັດຕັ້ງປະຕິບັດ ເພື່ອໃຫ້ບັນດາໂຄງການຮ່ວມມືເຫຼົ່ານັ້ນ ເປັນໂຄງການແບບຢ່າງການຮ່ວມມືຂອງລາວ-ຫວຽດນາມ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!