ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຄັ້ງທີ IX ອັດລົງດ້ວຍຜົນສຳເລັດຈົບງາມ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຄັ້ງທີ IX ອັດລົງດ້ວຍຜົນສຳເລັດຈົບງາມ ພາຍຫຼັງດໍາເນີນມາເປັນເວລາ 15 ວັນ (ແຕ່ວັນທີ 1-17 ພະຈິກ 2021) ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມບັນດາສະມາຊິກລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ທຸກເຂດເລືອກຕັ້ງທົ່ວປະເທດ ເຂົ້າຮ່ວມ.

    ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດອັດກອງປະຊຸມວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຜນງົບປະມານແຫ່ງລັດ ແຜນເງິນຕາ ປະຈໍາປີ 2001 ແລະ ທິດທາງແຜນການ ປະຈໍາປີ 2022 ຍຸດທະສາດພັດທະນາພະລັງງານໄຟຟ້າຂອງ ສປປ ລາວ 2021-2030 ວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2001-2005). 

   ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຊີ້ນໍາຂອງລັດຖະບານ ແລະ ອົງການທີ່ກ່ຽວຂ້ອງ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍຕ່າງໆ ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ ທັງມີມາດຕະການໃນການພັດທະນາເສດຖະກິດ ທັງມີການຄວບຄຸມພະຍາດໂຄວິດ-19 ໄປພ້ອມໆກັນ ສາມາດຍາດໄດ້ຜົນສໍາເລັດພົ້ນເດັ່ນຫຼາຍດ້ານ ອັນໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ສັງຄົມມີຄວາມສະຫງົບໂດຍພື້ນຖານ ເສດຖະກິດສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຖິງວ່າບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ກໍຕາມ ແຕ່ເບິ່ງລວມແລ້ວ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ. 

    ກອງປະຊຸມມອບໃຫ້ລັດຖະບານ ນໍາເອົາຄວາມຄິດເຫັນຂອງກອງປະຊຸມໄປປັບປຸງເຂົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ ແຜນພັດທະນາພະລັງງານໄຟຟ້າ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໃຫ້ມີເນື້ອໃນຮັດກຸມ ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນຢ່າງເປັນລະບົບຕໍ່ເນື່ອງ.

   ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ບົດລາຍງານຜົນການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2011 ແລະ ແຜນການປະຈໍາປີ 2022 ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍສັນລະເສີນ ແລະ ຕີລາຄາສູງຕໍ່ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດຂອງຕົນຕາມກົດໝາຍຢ່າງຕັ້ງໜ້າ ເຮັດໃຫ້ການປະຕິບັດກົດໝາຍມີຄວາມເຂັ້ມງວດ ທ່ຽງທໍາຂຶ້ນ ເປັນຕົ້ນ ສາມາດຊອກເຫັນໄດ້ການລະເມີດວິໄນແຜນການ-ການເງິນ ເກັບກູ້ງົບປະມານ ແລະ ຊັບສິນຂອງລັດຄືນມາໄດ້ຈໍານວນໜຶ່ງ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

  ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ປະຈໍາປີ 2011 ແລະ ແຜນການ ປະຈໍາປີ 2012 ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການດັ່ງກ່າວ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໄດ້ຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍານັບມື້ດີຂຶ້ນ ເອົາໃຈໃສ່ປັບປຸງກົນໄກການປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອດໍາເນີນຄະດີໃຫ້ມີຄຸນະພາບ ແລະ ວ່ອງໄວ ການຕິດຕາມກວດກາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ເຊິ່ງເປັນການປະສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນ.

   ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ເຊິ່ງປະກອບດ້ວຍບຸຄະລາກອນທີ່ມີມາດຕະຖານ ເງື່ອນໄຂຄົບຖ້ວນ ແລະ ມີປະສົບການຕົວຈິງ ເຊິ່ງຈະເປັນການປັບປຸງອົງການສິດອໍານາດແຫ່ງລັດຂອງອົງການຕຸລາການໃຫ້ເປັນລະບົບຄົບຊຸດ ແລະ ເຂັ້ມແຂງຂຶ້ນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນ ມີບາດກ້າວຫັນປ່ຽນທີ່ດີຂຶ້ນ ປະກອບສ່ວນເຂົ້າໃນການປັບປຸງລະບົບຍຸຕິທໍາຂອງພວກເຮົາໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມເຊື່ອໝັ້ນແກ່ໃຫ້ປະຊາຊົນລາວບັນດາເຜົ່າ.

   ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2001 ແລະ ແຜນການ 2022 ຂອງສະພາແຫ່ງຊາດ ການປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເຊິ່ງເປັນຂໍ້ມູນທີ່ດີໃຫ້ແກ່ການປັບປຸງການເຄື່ອນໄຫວວຽກງານລວມຂອງສະພາແຫ່ງຊາດ ກອງປະຊຸມໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ການປະຕິບັດໜ້າທີ່ຂອງກົງຈັກເສນາທິການ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານຂອງຕົນ ຕາມພາລະບົດບາດ ແລະ ສິດໜ້າທີ່ ໃນປີ 2011 ເຖິງວ່າຈະເປັນໄລຍະເລີ່ມຕົ້ນຂອງສະພາແຫ່ງຊາດ ຊຸດທີ IX ແຕ່ກໍມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ກອງປະຊຸມສະໄໝວິສາມັນ ແລະ ສາມັນຂອງຕົນ ໃນນີ້ ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ກົງຈັກເສນາທິການ ໄດ້ເປັນເຈົ້າການປະຕິບັດພາລະບົດບາດຂອງສະພາແຫ່ງຊາດຢ່າງຄົບຖ້ວນ ເປັນລະບົບຕໍ່ເນື່ອງ ການດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດຮ່ວມກັບລັດຖະບານ ແລະ ອົງການກວດກາແຫ່ງລັດ ອົງການກວດສອບແຫ່ງລັດ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ສູນກາງແນວລາວສ້າງຊາດ ແລະ ວຽກງານອື່ນໆ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍຈໍານວນ 11 ສະບັບ ໃນນີ້ ມີກົດໝາຍສ້າງໃໝ່ຈໍານວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ ຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ແລະ ກົດໝາຍປັບປຸງຈໍານວນ 7 ສະບັບ ຄື: ກົດໝາຍວ່າດ້ວຍລັດຖະບານ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ກົດໝາຍວ່າດ້ວຍການສ້າງນິຕິກໍາ ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ແລະ ກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ການພິຈາລະນາຮັບຮອງເອົາບັນດາກົດໝາຍດັ່ງກ່າວ  ເປັນການຈັດຕັ້ງປະຕິບັດແຜນການສ້າງ  ແລະ  ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ເປັນການສືບຕໍ່ຫັນຫັນປ່ຽນແຂງແຮງ ແລະ ຮອບດ້ານໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ເປັນຮູບປະທໍາ ແລະ ເຂົ້າສູ່ວຽກງານຕົວຈິງເທື່ອລະກ້າວ ເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບຄົບຊຸດ ແລະ ມີປະສິດທິຜົນ.

  ນອກນີ້ ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ບັນຫາພົ້ນເດັ່ນຕ່າງໆທີ່ສັງຄົມ ກໍຄືປະຊາຊົນບັນດາເຜົ່າມີຄວາມສົນໃຈຫຼາຍ ຈາກທ່ານນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ-ລັດຖະມົນຕິກະຊວງແຜນການ ແລະ ການລົງທຶນ ບັນດາລັດຖະມົນຕີ ຜູ້ວ່າທະນາຄານແຫ່ງ ສປປ ລາວ ຫົວໜ້າອົງການກວດກາແຫ່ງລັດ ອົງການກວດສອບແຫ່ງລັດ ປະທານສານປະຊາຊົນສູງສຸດ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກອງປະຊຸມສະແດງຄວາມເຊື່ອໝັ້ນວ່າ ແຕ່ລະພາກສ່ວນຈະສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ໃນປີຜ່ານມາ ສູ້ຊົນຈໍາກັດ ແລະ ແກ້ໄຂອຸປະສັກ ສິ່ງກີດຂວາງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຍູ້ແຮງຂະບວນການແຂ່ງຂັນຮັກຊາດພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ ສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.

   ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ ແມ່ນໝາກຜົນແຫ່ງສະຕິປັນຍາ ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຄວາມຕັດສິນໃຈຂອງລັດຖະບານ ກະຊວງ ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດໃນທ່າມກາງທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຮຽກຮ້ອງມາຍັງຄະນະປະຈໍາສະພາແຫ່ງຊາດ ບັນດາກໍາມາທິການ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ລັດຖະບານ ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

..# ຂ່າວ – ພາບ :  ຊິລິການດາ

error: Content is protected !!