ເນື່ອງໃນໂອກາດຈັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ເຊິ່ງຈະຈັດຂຶ້ນວັນທີ 18-19 ພະຈິກ 2021 ນີ້ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ນໍາໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ນໍາພວງມາລາວາງຢູ່ຕໍ່ໜ້າສຸສານນັກຮົບນີລະນາມ ແລະ ວາງກະຕ່າດອກໄມ້ ວາງຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ຢູ່ທີ່ພິພິຕະພັນໄກສອນ ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃຫ້ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ ພ້ອມນັ້ນ ຍັງເປັນການສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນນັກຮົບປະຕິວັດທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ອື່ນໆ ພ້ອມນັ້ນ ຍັງເປັນການສະແດງຄວາມຮູ້ບຸນຄຸນຕໍ່ປະທານໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຊື່ສຽງຮຽງນາມ ຄຸນງາມຄວາມດີ ວິລະກໍາອັນລໍ້າເລີດຂອງປະທານໄກສອນພົມວິຫານ ໄດ້ກາຍເປັນສັນຍະລັກແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທຸກຊັ້ນຄົນ ທຸກຊົນເຜົ່າ ທຸກສາສະໜາ ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ
..# ຂ່າວ – ພາບ : ຂັນທະວີ