ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ຜ່ານແຄມເປນ #ສ້າງທຸລະກິດຂອງທ່ານກັບ Facebook

    Facebook ຈາກ Meta ນໍາສະເນີ້ແຄມເປນ #ສ້າງທຸລະກິດຂອງທ່ານກັບ Facebook ຂຶ້ນວັນທີ 16 ພະຈິກ 2021 ໂດຍໄດ້ຮ່ວມມືກັບສື່ມວນຊົນ ແລະ ນັກສ້າງເນື້ອຫາພາຍໃນປະເທດ ເພື່ອສົ່ງເສີມ ແລະ ໃຫ້ກຳລັງໃຈວິສາຫະກິດຂະໜາດນ້ອຍ ແລະ ກາງໃນປະເທດ ລວມເຖິງຜູ້ປະກອບການ ເພື່ອປົດ ລັອກການເຕີບໂຕທາງທຸລະກິດອອນລາຍຂອງພວກເຂົາ.

    ເພື່ອສືບຕໍ່ຄວາມມຸ່ງໝັ້ນໃນການສົ່ງເສີມທຸລະກິດຂະໜາດນ້ອຍໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ຜັກດັນເສດຖະກິດດີຈີຕອນຂອງປະເທດລາວ Facebook ຈາກ Meta ໄດ້ນໍາສະເໜີແຄມເປນຫຼ້າສຸດ ເພື່ອແບ່ງປັນຂໍ້ມູນຄວາມນິຍົມຂອງສື່ອອນລາຍ ເນື່ອງຈາກເສດຖະກິດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ຄ່ອຍກັບມາເປີດໂຕອີກເທື່ອໜຶ່ງ ທັງເປັນການເນັ້ນເຖິງເຄື່ອງມືຕ່າງໆຂອງແອັບ Facebook ໃນການຊ່ວຍໃຫ້ຜູ້ປະກອບການຄົນລາວ ສ້າງຄວາມເຕີບໂຕທາງທຸລະກິດຂອງພວກເຂົາໄດ້. 

    ທ່ານ ອານັນ ທີລັກ Reseller Partner lead ປະຈຳພາກພື້ນອາຊີ-ປາຊີຟິກ ຂອງ Meta ກ່າວວ່າ: ການລະບາດຂອງພະຍາດຄັ້ງນີ້ ໄດ້ສ້າງຄວາມທ້າທາຍໃຫ້ທຸກໆທຸລະກິດທົ່ວໂລກ ແລະ ຫັນປ່ຽນ ທຸກຄົນເຂົ້າສູ່ລະບົບດີຈີຕອນ ເພາະຫຼາຍທຸລະກິດຈໍາເປັນຕ້ອງໄດ້ດິ້ນຮົນເພື່ອຄວາມຢູ່ລອດ ເນື່ອງຈາກ ພວກເຮົາກຳລັງປະເຊີນກັບຂໍ້ຈຳກັດຫຼາຍຢ່າງ ພວກເຮົາໄດ້ເຫັນເຖິງວິທີການໃໝ່ໆທີ່ສ້າງສັນ ເຊິ່ງທຸລະກິດ ຕ່າງໆໃນທົ່ວໂລກ ລວມເຖິງ ສປປ ລາວ ຕ້ອງໄດ້ປັບປ່ຽນເພື່ອໄປສູ່ການດຳລົງຊີວິດປົກກະຕິແບບໃໝ່ ອີງຕາມບົດຄົ້ນຄວ້າຂອງບໍລິສັດ ຮ່ວມກັບ Deloitte ໃຫ້ຮູ້ວ່າການຄ້າຂາຍໃນລະດັບຄົວເຮືອນແບບອອນ ລາຍ ແລະ ໝວດໝູ່ການຂາຍເຄື່ອງຍ່ອຍ ໄດ້ເພີ່ມຂຶ້ນ 20-30% ແລະ ຜົນກະທົບຈາກການຄ້າຂາຍອອນ ລາຍໃນຂົງເຂດຕະຫຼາດທີ່ກຳລັງພັດທະນາ ແມ່ນໄດ້ເພີ່ມຂຶ້ນສູງ ທຽບກັບຕະຫຼາດທີ່ພັດທະນາແລ້ວ ຜູ້ຄົນ ເກືອບ 50% ໄດ້ຮູ້ວ່າການຊື້-ຂາຍທາງອອນລາຍຂອງພວກເຂົາ ໄດ້ເພີ່ມຂຶ້ນນັບແຕ່ເລີ່ມມີການລະບາດ ຂອງພະຍາດ ໂດຍລູກຄ້າໄດ້ສົນທະນາເລື່ອງທຸລະກິດເທິງ Facebook ຫຼາຍກວ່າເມື່ອກ່ອນ ແລະ ຄົນ ຫຼາຍກວ່າ 1,6 ຕື້ຄົນທົ່ວໂລກ ໃນ Facebook ໄດ້ມີການເຊື່ອມຕໍ່ກັບທຸລະກິດຂະໜາດນ້ອຍ ເຮັດໃຫ້ເຈົ້າ ຂອງທຸລະກິດຂະໜາດນ້ອຍໄດ້ພົບພໍ້ກັບລູກຄ້າ ເຖິງວ່າພວກເຂົາຈະຢູ່ໃນຮ້ານ ໃນອອນລາຍ ຫຼື ເທິງໂທ ລະສັບມືຖື ເຮັດໃຫ້ພວກເຂົາໝັ້ນໃຈວ່າຜູ້ຊື້ ຈະເຫັນທຸລະກິດຂອງພວກເຂົາທາງອອນລາຍຢ່າງງ່າຍດາຍ ໂດຍກາຍຮ່ວມມືກັບຄູ່ຮ່ວມງານ ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍໃນການນຳສະເໜີແຄມເປນ #ສ້າງທຸລະກິດ ຂອງທ່ານກັບ Facebook ໄປສູ່ຊຸມຊົນຕ່າງໆໃນປະເທດລາວ ໂດຍມີຈຸດປະສົງເພື່ອໃຫ້ຄວາມຮູ້ພື້ນຖານ ດ້ານດີຈີຕອນ ໂດຍສະເພາະການໃຊ້ເຄື່ອງມືດ້ານທຸລະກິດຂອງແອັບ Facebook ພ້ອມທັງເຄັດລັບໃນ ການຊ່ວຍແບຣນຕ່າງໆໃຫ້ສາມາດບອກເລົ່າເລື່ອງລາວຂອງພວກເຂົາ ແລະ ບັນລຸໃນສິ່ງທີ່ລູກຄົ້າເບິ່ງຫາ ຜ່ານການສົນທະນາທີ່ໜ້າດຶງດູດ ແລະ ມີຄວາມໝາຍ. 

    ມາປົດລັອກການເຕີບໂຕທາງທຸລະກິດຂອງທ່ານ ແລະ ຮຽນຮູ້ເພີ່ມຕື່ມກ່ຽວກັບແຄມເປນ #ສ້າງທຸລະ ກິດຂອງທ່ານກັບ Facebook” ແຕ່ວັນທີ 16 ພະຈິກ-16 ທັນວາ 2021 ດ້ວຍການຕິດຕາມເພຈ  InsideLaos It’s Awesome ແລະ ລາຍການຮອບຮູ້ເລື່ອງ SME ເທິງ Facebook ແລະ ຢ່າລືມສົ່ງຕໍ່ເພຈ Facebook ຂອງທ່ານ ເພື່ອໂປໂໝດຜະລິດຕະພັນ ແລະ ການບໍລິການກັບໝູ່ເພື່ອນ ຜ່ານ Hashtag #ສ້າງ ທຸລະກິດຂອງທ່ານກັບ Facebook.

error: Content is protected !!