ເພັດຖາວອນກໍ່ສ້າງ ປະກອບສ່ວນຕິດຕັ້ງໄຟແສງສະຫວ່າງ

      ເພື່ອເຮັດໃຫ້ສະຖານທີ່ສັກກາລະບູຊາ ພະທາດຫຼວງວຽງຈັນ ມິ່ງຂວັນຂອງຊາວລາວເຮົາສວຍສົດງົດງາມ ແລະ ຍືນຍົງຕະຫຼອດໄປຊົ່ວກາລະນານ ໂດຍໄດ້ຮັບການມອບໝາຍໃຫ້ຄຸ້ມຄອງສະຖານທີ່ດັ່ງກ່າວຈາກຫ້ອງການມໍລະດົກພະທາດຫຼວງວຽງຈັນ ກໍຄືພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ບໍລິສັດ ເພັດຖາວອນກໍ່ສ້າງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໄດ້ປັບປຸງບູລະນະບາງໜ້າວຽກຢູ່ພາຍໃນເດີ່ນກົມມະລຽນພະທາດຫຼວງວຽງຈັນ ສະເພາະປີ 2021 ເຖິງວ່າບຸນນະມັດສະການພະທາດຫຼວງຈະບໍ່ຈັດໃຫ້ມີຫຼາຍກິດຈະກໍາຄືກັບປີຜ່ານມາ ຈັດພຽງແຕ່ເປັນຮີດຄອງປະເພນີທີ່ເຄີຍສືບທອດກັນມາເທົ່ານັ້ນ ຍ້ອນມີການຈຳກັດຜູ້ເຂົ້າຮ່ວມ ເນື່ອງຈາກໄລຍະນີ້ຍັງມີການລະບາດຂອງພະຍາດໂຄວິດ-19 ໜັກຢູ່ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນຍັງມີຜູ້ເຊື້ອເປັນຈຳນວນຫຼາຍໃນແຕ່ລະວັນ .

    ທ່ານ ນາງ ເພັດສະໝອນ ເພັງສະຫວັດ ປະທານບໍລິສັດ ເພັດຖາວອນກໍ່ສ້າງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດກຜູ້ດຽວ ໃຫ້ສຳພາດວັນທີ 15 ພະຈິກ 2021 ວ່າ: ບໍລິສັດ ເພັດຖາວອນກໍ່ສ້າງ ໄດ້ສືຶບຕໍ່ປະກອບສ່ວນບູລະນະບາງໜ້າວຽກຈຳນວນໜຶ່ງຢູ່ພາຍໃນເດີ່ນກົມມະລຽນພະທາດຫຼວງດ້ານນອກເປັນຕົ້ນ ປັບປຸງເຂດສວນພະເຈົ້າໄຊຍະເຊດຖາ ໄດ້ປ່ຽນຮົ້ວເຫຼັກໃໝ່ໃສ່ ມູນຄ່າ 35 ລ້ານກີບ ທາສີໃໝ່ບໍລິເວນແທ່ນ ມູນຄ່າ 8 ລ້ານກີບ ຕິດຕັ້ງລະບົບໄຟແສງສະຫວ່າງໃສ່ຫົວເສົາ ແລະ ໃນສ່ວນໃໝ່ ພ້ອມທັງເອົາສາຍໄຟຟ້າລົງດິນເພື່ອຄວາມງາມ ມູນຄ່າ 45 ລ້ານກີບ ແລະ ເອ້ປະດັບດ້ວຍດອກໄມ້ອ້ອມ ມູນຄ່າ 15 ລ້ານກີບ ລວມມູນຄ່າທັງໝົດ 100,3 ລ້ານກີບ ເຊິ່ງງົບປະມານທັງໝົດທີ່ນໍາໃຊ້ເຂົ້າໃນການປັບປຸງຄັ້ງນີ້ ແມ່ນງົບຂອງບໍລິສັດທີ່ປະກອບສ່ວນເພື່ອຊ່ວຍພັດທະນາສະຖານທີ່ແຫ່ງນີ້ໃຫ້ມີຄວາມສວຍງາມຂຶ້ນ ໂດຍໄດ້ເລີ່ມລົງມືປະຕິບັດມາແຕ່ຕົ້ນປີ ແລະ ວັນທີ 16 ພະຈິກ 2021 ໄດ້ສຳເລັດທັນກັບງານບຸນນະມັດສະ ການພະທາດຫຼວງວຽງຈັນ ທີ່ຈັດຂຶ້ນວັນທີ 17-19 ພະຈິກ 2021 ເຖິງວ່າງານບຸນພະທາດຫຼວງປີນີ້ ທາງການຈະບໍ່ໄດ້ຈັດໃຫຍ່ຄືກັບປີຜ່ານມາ ພຽງແຕ່ຈັດເປັນຮີດເປັນຄອງເທົ່ານັ້ນ ຍ້ອນການລະບາດຂອງພະຍາດໂຄວິດ ແຕ່ພາຍຫຼັງໄດ້ມີການປັບປຸງໜ້າວຽກດັ່ງກ່າວ ໄດ້ເຮັດໃຫ້ເດີ່ນກົມມະລຽນພະທາດຫຼວງໂດຍສະເພາະເຂດສວນພະເຈົ້າໄຊຍະເຊດຖາ ມີໃບໜ້າໃໝ່ຂຶ້ນ ໂດຍສະເພາະຍາມກາງຄືນຈະໃສແຈ້ງກວ່າເກົ່າ ຍ້ອນໄດ້ຕິດຕັ້ງດອກໄຟແສງສະຫວ່າງໃສ່ຫຼາຍດອກ.      

         # ຂ່າວ & ພາບ : ສົມສະຫວັນ

error: Content is protected !!