ສປປ ລາວ ສຳເລັດການກໍານົດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ

    ຕະຫຼອດໄລຍະ 4 ທົດສະວັດທີ່ຜ່ານມາ ສປປ ລາວ ໄດ້ສຳເລັດການກໍານົດ ແລະ ປັກຫຼັກໝາຍຊາຍ ແດນກັບ 3 ປະເທດຄື: ສສ ຫວຽດນາມ ມີຄວາມຍາວທັງໝົດ 2.337 ກິໂລແມັດ ມີຫຼັກໝາຍທັງໝົດ 1.002 ຫຼັກ ກັບ ສປ ຈີນ ມີຄວາມຍາວ 508 ກິໂລແມັດ ມີ 104 ຫຼັກໝາຍ ກັບມຽນມາ ມີຄວາມຍາວ 236 ກິໂລ ແມັດ ມີຫຼັກໝາຍຄູ່ 172 ຫຼັກ (ເບື້ອງລະ 86 ຫຼັກໝາຍ) ໂດຍໄດ້ສ້າງສົນທິສັນຍາກ່ຽວກັບການກຳນົດເສັ້ນຊາຍແດນ ແລະ ລະບຽບການຄຸ້ມຄອງຊາຍແດນກັບສາມປະເທດດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນຮ່ວມກັນ ກໍຄືການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນຮ່ວມກັນ.

    ທ່ານ  ສະເຫຼີມໄຊ  ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ  ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 15 ພະຈິກ 2021 ພ້ອມລະບຸຕື່ມວ່າ: ສປປ ລາວ ພວມດຳເນີນການເຈລະຈາ ກຳນົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນກັບລາຊະອານະຈັກໄທ ມີຄວາມຍາວທັງໝົດ 1.835 ກິໂລແມັດ ໃນນີ້ ທາງນ້ຳ 1.100 ກິໂລແມັດ ແລະ ທາງບົກ 735 ກິໂລແມັດ ເຊິ່ງປັດຈຸບັນ ສຳເລັດແລ້ວ 37% ຂອງຊາຍແດນທັງໝົດ ໂດຍມີ 211 ຫຼັກໝາຍ ກັບລາຊະອານາກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດປະມານ 535 ກິໂລແມັດ ສໍາເລັດແລ້ວ 86% ສາມາດປັກຫຼັກໝາຍໄດ້ແລ້ວ 121 ຫຼັກໝາຍ.

# ຂ່າວ & ພາບ : ບຸນມີ

error: Content is protected !!