ບຸກຄົນ ນິຕິບຸກຄົນ ທີ່ນໍາເຄື່ອງມາຂາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນຈະຖືກປະຕິບັດມາດຕະການ

    ອີງຕາມແຈ້ງການສະບັບເລກທີ 1672/ອຄ.ນວ.ຄພນ ເລື່ອງຂໍຄວາມຮ່ວມມືບໍ່ໃຫ້ມີການຊື້-ຂາຍດອກໄມ້ ທູບ ທຽນ ເຂົ້າຫຼາມ ປີ້ງໄກ່ ຫຼື ສິນຄ້າອື່ນໆ ໃນຂອບເຂດອ້ອມຮອບໃນສະໜາມຫຼວງ ແລະ ເດີ່ນພະທາດຫຼວງວຽງຈັນ ໃນໄລຍະຈັດງານປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ນັບແຕ່ວັນທີ 17-19 ພະຈິກ 2021. ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ໄດ້ແຜ່ລາມໄປໃນຫຼາຍພື້ນທີ່ ແລະ ມີທ່າອ່ຽງຂະຫຍາຍເປັນວົງກວ້າງ ແລະ ສືບຕໍ່ມີກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນໃນຊຸມຊົນ ບາງສໍານັກງານ ລັດວິສາຫະກິດ ແລະ ບໍລິສັດເອກະຊົນຕ່າງໆ ເພື່ອເປັນການປ້ອງກັນການລະບາດພະຍາດໂຄວິດ-19 ແລະ ຮັກສາໄດ້ມາດຕະການປ້ອງກັນຢ່າງເຂັ້ມງວດ ພະແນກອຸດສາຫະກໍາ ແລະ ການຄຄ້ານະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການດັ່ງນີ້:

    ໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2021 ແມ່ນຈະບໍ່ໄດ້ມີການຄົບງັນ ແລະ ຈັດງານວາງສະແດງ ແລະ ຂາຍສິນຄ້າຄືໃນທຸກປີທີ່ຜ່ານມາ ຫ້າມບຸກຄົນ ນິຕິບຸກຄົນວາງຂາຍເຄື່ອງຊະຊາຍໃນບໍລິເວນອ້ອມຮອບສະໜາມຫຼວງ ແລະ ເດີ່ນພະທາດຫຼວງຢ່າງເດັດຂາດ ແລະ ຫ້າມທຸກການຄ້າ-ຂາຍເຊັ່ນ: ດອກໄມ້ ທູບທຽນ ເຂົ້າຫຼາມ-ປີ້ງໄກ່ ສິນຄ້າອື່ນໆ ລວມໄປເຖິງການຫິ້ວເຄື່ອງຂາຍ ແລະ ລໍ້ຍູ້ຕ່າງໆ ຍົກເວັ້ນຮ້ານທີ່ບໍລິການປົກກະຕິຢູ່ພາຍໃນ ຮ້ານທີ່ໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2021 ຖ້າບຸກຄົນ ນິຕິບຸກຄົນ ຫາກລະເມີດ ແມ່ນຈະໄດ້ປະຕິບັດມາດຕະການຕາມແຕ່ລະກໍລະນີໜັກ ຫຼື ເບົາ ຄື:

  • ຄັ້ງທີ 1 ປັບໄໝ 500.000 ຫາ 5.000.000 ກີບຕໍ່ຄັ້ງ
  • ຄັ້ງທີ 2 ຍຶດສິນຄ້າ ເຄື່ອງຂອງ ແລະ ອຸປະກອນ ຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ດໍາເນີນຄະດີຕາມລະບຽບກົດໝາຍ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!