ພົບຜູ້ຕິດເຊື້ອໂຄວິດສູງສຸດ 1.306 ກໍລະນີ ແລະ ມີເສຍຊີວິດເພີ່ມອີກ 6 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 16 ພະຈິກ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 15 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 19 ທັງໝົດ 6.865 ຕົວຢ່າງ ຜົນວິໄຈ ກວດພົບຜູ້ຕິດເຊືື້ອໃໝ່ 1.306 ຄົນ ໃນນັ້ນຕິດເຊື້ອພາຍໃນ 1.290 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ຈຳນວນດັ່ງກ່າວມາຈາກ 16 ແຂວງ ເຊິ່ງມີລາຍລະອຽດດັ່ງນີ້:

  • 597 ຄົນ ມາຈາກ 162 ບ້ານ ໃນ 8 ເມືອງ ຄື: ເມືອງຈັນທະບູລີມີ 18 ບ້ານ 70 ຄົນ ເມືອງສີໂຄດຕະບອງ 26 ບ້ານ 56 ຄົນ ເມືອງໄຊເສດຖາ 33 ບ້ານ 111 ຄົນ ເມືອງສີສັດຕະນາກ 18 ບ້ານ 57 ຄົນ ເມືອງ ນາຊາຍທອງ  11 ບ້ານ 110 ຄົນ ເມືອງໄຊທານີ 32 ບ້ານ133 ຄົນ ເມືອງຫາດຊາຍຟອງ  26 ບ້ານ 55 ຄົນ  ເມືອງປາກງື່ມ 1 ບ້ານ  1 ຄົນ  ຄົນ ແຂວງແຂວງວຽງຈັນ ອາໄສຢູ່ນະຄອນຫຼວງ 1 ຄົນ  ແລະ ຍັງສືບຕໍ່ເອົາຂໍ້ມູນອີກ 12 ຄົນ.
  • ແຂວງຫຼວງພະບາງ ຕິດເຊື້ອ  201 ຄົນ ຈາກ 17 ບ້ານ ໃນ 6 ເມືອງ
  • ແຂວງວຽງຈັນ  110 ຄົນ ຈາກ 33 ບ້ານ ໃນ 7 ເມືອງ
  • ແຂວງຫຼວງນໍ້າທາ 8 ຄົນຈາກ 4 ບ້ານ ໃນ 2 ເມືອງ
  • ແຂວງຜົ້ງສາລີ  121 ຄົນຈາກ 18 ບ້ານໃນ 4 ເມືອງ
  • ແຂວງໄຊຍະບູລີ 62 ຄົນ
  • ແຂວງຈຳປາສັກ 39 ຄົນ ຈາກ 20 ບ້ານ ໃນ 4 ເມືອງ
  • ແຂວງອຸດົມໄຊ  24 ຄົນຈາກ 8 ບ້ານໃນ 1 ເມືອງ
  • ແຂວງເຊກອງ 13 ຄົນຈາກ 2 ບ້ານ ໃນ 2 ເມືອງ
  • ແຂວງບໍລິຄຳໄຊ  26 ຄົນ ຈາກ 4 ບ້ານໃນ 3 ເມືອງ
  • ແຂວງຄໍາມ່ວນ  11 ຄົນ ຈາກ 6 ບ້ານ ໃນ 3 ເມືອງ
  • ແຂວງສະຫວັນນະເຂດ 16 ຄົນ  ຈາກ 5 ບ້ານ ໃນ 3 ເມືອງ
  • ແຂວງບໍ່ແກ້ວ 57 ຄົນ ຈາກ 13 ບ້ານ ໃນ 2 ເມືອງ
  • ແຂວງສາລະວັນ 1 ຄົນຈາກ 1 ບ້ານ ໃນ 1 ເມືອງ
  • ແຂວງຫົວພັນ ມີ 2 ຄົນຈາກ 2 ບ້ານ ໃນ 2 ເມືອງ
  • ແຂວງອັດຕະປື ມີ 2 ຄົນຈາກ 1 ບ້ານ ໃນ 1 ເມືອງ.

     ສ່ວນການຕິດເຊື້ອນໍາເຂົ້າຂອງຜູ່ທີ່ເດີນທາງເຂົ້າປະເທດຈໍານວນ 16 ຄົນ ຄື: ຈາກນະຄອນຫຼວງວຽງຈັນ 9 ຄົນ ສະຫັວນນະເຂດ 2 ຄົນ ຄໍາມ່ວນ 4 ຄົນ ແລະ ສາລະວັນອີກ 1 ຄົນ

      ມາຮອດວັນທີ 16 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 56.324 ຄົນ ເສຍຊີວິດສະສົມ 110 ຄົນ (ໃໝ່ 6 ຄົນ ນະຄອນຫຼວງ 5 ຄົນ ແຂວງຫຼວງພະບາງ 1 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ  468 ຄົນ ແລະ  ກໍາລັງປິ່ນປົວ 10.610 ຄົນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!