ສໍາເລັດກອງປະຊຸມໃຫຍ່ອົງຄະນະພັກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

    ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດຂຶ້ນວັນທີ 15 ພະຈິກ 2021 ຢູ່ຫ້ອງວ່າການສູນກາງພັກ (ຫຼັກ6) ໂດຍເປັນປະທານຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສປປ ລາວ ມີບັນດາສະຫາຍຄະນະກໍາມະການປະຈໍາພັກ ກໍາມະການພັກ ເລຂາ ຮອງເລຂາໜ່ວຍພັກ ສະມາຊິກພັກ ແລະ ແຂກຖືກເຊີນ.

    ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ ທີ່ໄດ້ຕີລາຄາການເຄື່ອນໄຫວ ນໍາພາ-ຊີ້ນໍາວຽກງານຕະຫຼອດໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຮ່າງແຜນພັດທະນາວຽກງານກວດກາແຕ່ປີ 2021-2025 ແລະ ຮ່າງບົດສໍາຫຼວດການນຳລວມຂອງຄະນະບໍລິຫານງານພັກ ຄັ້ງທີ III ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນທີ່ຖອດຖອນໄດ້ ສະແດງອອກຢ່າງເປັນເອກະພາບສູງຕໍ່ແນວທາງນະໂຍບາຍ ແລະ ມີຄວາມໜັກແໜ້ນດ້ານການເມືອງ ສະມາຊິກພັກ-ພະນັກງານສ່ວນຫຼາຍ ຮັບຮູ້ເຂົ້າໃຈຕໍ່ມະຕິ ຄຳສັ່ງ ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຮັກສາໄດ້ຄຸນທາດການເມືອງ ຄຸນສົມບົດສິນທຳປະຕິວັດ ພ້ອມນີ້ ຍັງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດກວ່າເກົ່າ ນໍາພາ-ຊີ້ນຳການເຄື່ອນໄຫວວຽກງານຕິດຕາມ ກວດກາພັກ ໂດຍໄດ້ດຳເນີນການກວດກາ ແກ້ໄຂການຈັດຕັ້ງພັກ ແລະ ສະມາຊິກພັກທີ່ລະເມີດກົດລະບຽບພັກ ກົດໝາຍຂອງລັດ ໄດ້ລົງວິໄນຂັ້ນກ່າວເຕືອນຄວາມຜິດຕໍ່ 6 ໜ່ວຍພັກ ສະມາ ຊິກພັກ ຖືກລົງວິໄນ 3.200 ສະຫາຍ ໃນນີ້ ກ່າວເຕືອນຄວາມຜິດ 649 ສະຫາຍ ປົດຕໍາແໜ່ງ 137 ສະ ຫາຍ ໂຈະຮ່ວມຊີວິດພັກ 623 ສະຫາຍ ເອົາອອກຈາກພັກ 1.791 ສະຫາຍ ວຽກງານກວດກາລັດ ສະ ກັດກັ້ນ ແລະ ຕ້ານການສໍ້ລາດບັງຫຫຼວງ ໄດ້ກວດກາ 4.129 ເປົ້າໝາຍ (ທັງຢູ່ສູນກາງ ແລະ ທ້ອງຖິ່ນ) ພົບເຫັນການຕົກເຮ່ຍເສຍຫາຍ 5.689,12 ຕື້ ກວ່າກີບ 31,77 ລ້ານກວ່າໂດລາສະຫະລັດ 36,89 ລ້ານບາດ ລົດໃຫຍ່ 5 ຄັນ ສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.064,42 ຕື້ກວ່າກີບ 2,93 ລ້ານກວ່າໂດລາສະ ຫະລັດ 11,16 ລ້ານກວ່າບາດ ລົດໃຫຍ່ 4 ຄັນ ທີ່ດິນຈໍານວນໜຶ່ງ ແລະ ສະເໜີຫັກລົບມູນຄ່າໃນສັນຍາທີ່ບໍ່ຖືກຕ້ອງຢູ່ 306 ໂຄງການລົງທຶນຂອງລັດ ຕາມຜົນການກວດກາ ປີ 2019 ແລະ 2020 ຈໍານວນ 2.499,33 ຕື້ກີບ  ພ້ອມທັງສະເໜີອົງການກ່ຽວຂ້ອງ   ລົງວິໄນດ້ານບໍລິຫານຕໍ່ພະນັກງານທີ່ລະເມີດກົດໝາຍ 619 ຄົນ ໄດ້ດໍາເນີນການສືບສວນສອບສວນຜູ້ທີ່ມີພຶດຕິກໍາສໍ້ລາດບັງຫຼວງ ເຊິ່ງໄດ້ສະຫຼຸບ ແລະ ສົ່ງສໍານວນ ໃຫ້ອົງການໄອຍະການ 107 ຄົນ ສານໄດ້ຕັດສິນແລ້ວ 79 ຄົນ ແລະ ວຽກງານດ້ານອື່ນໆກໍມີຜົນສໍາເລັດຕາມແຜນການທີ່ວາງໄວ້.

    ກອງປະຊຸມຄັ້ງນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ສະໄໝທີ IV ເຊິ່ງມີຜູ້ລົງຮັບສະໜັກ 19 ສະຫາຍ ຍິງ 1 ສະຫາຍ ເລືອກເອົາ 15 ສະຫາຍ ໃນນີ້ໄດ້ເລືອກເອົາສະຫາຍ ປອ ຄໍາພັນ ພົມມະທັດ ເປັນເລຂາຄະນະພັກ ສະຫາຍ ສີໃນ ມຽງລາວັນ ເປັນຮອງເລຂາຄະນະພັກ ພ້ອມທັງໄດ້ປ່ອນບັດຄັດເລືອກເອົາກໍາມະການປະຈໍາພັກ 5 ສະຫາຍ ຄື: ສະຫາຍ ປອ ຄຳພັນ ພົມມະທັດ ສະ ຫາຍ​​​​​​ ສີໃນ ມຽງລາວັນ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ສະຫາຍ ວິໄລວັນ ບຸດດາຄໍາ ສະຫາຍ ປອ ​ດາວບົວລະພາ ບາວົງເພັດ ເລືອກເອົາສະຫາຍ ​​​​ວິໄລວັນ ບຸດາຄຳ ເປັນປະທານກວດກາ ສະຫາຍ ວັນຄຳ ໄຊວົງສັກ ແລະ ສະຫາຍ ອະນຸສິດ ພິມມະສານ ເປັນຮອງປະທານກວດກາຂອງຄະນະພັກ.

    ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ທອງລຸນ ສີສຸລິດ ເຊິ່ງສະຫາຍໄດ້ເນັ້ນຫຼາຍບັນຫາຕໍ່ການຈັດຕັ້ງປະຕິບັດວຽກງານກວດກາພັກ ກວດກາລັດ ສະກັ້ນກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ເຊິ່ງເປັນທິດທາງໃນການແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າໃຫ້ມີປະສິດທິຜົນສູງກວ່າເກົ່າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!