ໄຈກາ ມອບອຸປະກອນປ້ອງກັນໂຄວິດ ໃຫ້ລົດເມນະຄອນຫຼວງ

    ພິທີມອບ-ຮັບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 15 ພະຈິກ 2021 ຢູ່ສະຖານີລົດເມ ລາວ-ໄອເຕັກ (ສູນການຄ້າລາວ-ໄອເຕັກ) ໂດຍກ່າວມອບຂອງທ່ານ ນະກະເສະ ໂທຊິໂອະ ຜູ້ຕາງໜ້າອົງການໄຈກາ ປະຈໍາລາວ ແລະ ກ່າວຮັບແມ່ນທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມ ນວ ໂດຍຊ້ອງໜ້າພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

   ສໍາລັບອຸປະກອນທີ່ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ນໍາມາມອບຄັ້ງນີ້ ປະກອບມີ: ເຈວລ້າງມື ຜ້າອັດປາກ-ອັດດັງ ນໍ້າດື່ມ ຖົງມື ຊຸດປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ ເພື່ອນໍາໃຊ້ເຂົ້າໃນການຂົນສົ່ງຜູ້ໂດຍສານຂາເຂົ້າຈາກຕ່າງປະເທດ ລວມມູນຄ່າ 4.400 ໂດລາສະຫະລັດ (ປະມານ 46 ລ້ານກີບ)

# ຂ່າວ & ພາບ : ສີພອນ

error: Content is protected !!