ເອກພັດທະນາ ໄດ້ຮັບໃບຢັ້ງຢືນເຂົ້າເປັນສະມາຊິກ ສປງ

   ນັບວ່າເປັນຂ່າວດີທີ່ສຸດ ສໍາລັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ກາຍເປັນສະຖາບັນການເງິນແຫ່ງທີ 2 ທີ່ໄດ້ຮັບການຢັ້ງຢືນ ແລະ ຖືກຮັບຮອງເຂົ້າເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ (ສປງ) ເຊິ່ງການຢັ້ງຢືນດັ່ງກ່າວ ຖືວ່າເປັນໂສມໜ້າໃໝ່ທີ່ບົ່ງບອກເຖິງຄວາມສໍາເລັດຂອງສະຖາບັນພວກເຮົາ ທີ່ຍາມໃດ ລູກຄ້າກໍໃຫ້ຄວາມເຊື່ອໝັ້ນຕະຫຼອດ 15 ປີຜ່ານ ມາຂອງການດໍາເນີນທຸລະກິດ.

    ພິທີມອບໃບຢັ້ງຢືນ ຈັດຂຶ້ນວັນທີ 12 ພະຈິກ 2021 ຢູ່ສໍານັກງານປົກປ້ອງເງິນຝາກ ມອບໃບຢັ້ງຢືນກ່າວມອບໂດຍທ່ານ ນາງ ແສງດາວວີ ວົງຄຳຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ  ແລະ ກ່າວຮັບໂດຍທ່ານ ນາງ ບຸນຕາ ບູລົມ ຮອງຜູ້ອໍານວຍການ ສກຈຮ ເອກພັດທະນາ ມີຜູ້ຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນສະມາຄົມການເງິນ ບັນດາຜູ້ບໍລິຫານ ຜູ້ຈັດການ ຫົວໜ້າພະແນກ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ນາງ ບຸນຕາ ບູລົມ ໄດ້ລາຍງານຫຍໍ້ກ່ຽວກັບການດໍາເນີນທຸລະກິດຂອງສະຖາບັນໃນຜ່ານມາ ຮອດປັດຈຸບັນ ພວກເຮົາກ້າວເຂົ້າສູ່ປີທີ 15 ຢ່າງໝັ້ນຄົງ ແລະ ເປັນໜຶ່ງໃນບັນດາສະຖາບັນການເງິນໃນ ລາວທີ່ມີການພັດທະນາຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ ມີຜະລິດຕະພັນການບໍລິການທີ່ຫຼາກຫຼາຍຕອບສະໜອງແກ່ລູກຄ້າ ກໍຄືສັງຄົມ ເປັນຕົ້ນ ຜະລິດຕະພັນສິນເຊື່ອ ການລະດົມເງິນຝາກ ປະກັນໄພ ປະກັນຊີວິດ ການໃຫ້ຄວາມຮູ້ທາງດ້ານການເງິນແກ່ຊຸມຊົນ ຫຼື ໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທີ່ມີໜ່ວຍບໍລິການພວກເຮົາຕັ້ງຢູ່ ປັດຈຸບັນ ມີໜ່ວຍບໍລິການທັງໝົດ 13 ແຫ່ງທີ່ຢູ່ໃນນະຄອນຫຼວງວຽງຈັນ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຊິ່ງການໄດ້ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກຄັ້ງນີ້ ຖືວ່າເປັນບາດກ້າວສໍາຄັນທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ ສກຈຮ.

 # ຂ່າວ & ພາບ :  ສົມສະຫວັນ

error: Content is protected !!