ຄິວລົດໂດຍສານສາຍໃຕ້ ພ້ອມເປີດໃຫ້ບໍລິການແລ້ວ

      ພາຍຫຼັງທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ອອກແຈ້ງການກ່ຽວກັບການສືບຕໍ່ມາດຕະການປ້ອງກັນ ເເລະ ຄວບຄຸມ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ສະບັບລົງວັນທີ 14 ພະຈິກ 2021 ທີ່ອະນຸຍາດໃຫ້ເປີດການຂົນສົ່ງທາງບົກ ທາງນໍ້າ ແລະ ທາງອາກາດພາຍໃນປະເທດໄດ້ປົກກະຕິ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ ບໍ່ໃຫ້ມີການຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າທຸກປະເພດໃນຂອບເຂດທົ່ວປະເທດ ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ) ນອກຈາກນັ້ນ ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານ ຕ້ອງປະຕິບັດມາດຕະການການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢູ່ຕາມສະຖານີ ພາຫະນະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນໄລຍະການເດີນທາງຢ່າງເຂັ້ມງວດ.

    ຫຼ້າສຸດ ອີງຕາມຂໍ້ມູນສະຖານີຂົນສົ່ງໂດຍສານສາຍໃຕ້-ສາຍຕ່າງປະເທດ ນະຄອນຫຼວງວຽງຈັນ ທີ່ໄດ້ປະກາດຜ່ານເພຈທາງການຂອງຕົນ ວັນທີ 15 ພະຈິກ 2021 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການດັ່ງກ່າວ ໃນວັນທີ 16 ພະຈິກ 2021 ທາງຄິວລົດສາຍໃຕ້ນະຄອນຫຼວງວຽງຈັນຈະໄດ້ເລີ່ມກັບມາໃຫ້ບໍລິການຜູ້ໂດຍສານສາຍໃຕ້ພາຍໃນເປັນປົກກະຕິ ພາຍຫຼັງໄດ້ປິດບໍລິການມາຫຼາຍເດືອນ ພ້ອມທັງສືບຕໍ່ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄວບການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ງງວດ ດ້ານການບໍລິການສະຖານີຄີວລົດສາຍໃຕ້ ຈະມີມາດຕະການຮອງຮັບຜູ້ໂດຍສານເຊັ່ນ: ມີກຽມຈຸດກວດວັກແທກອຸນຫະພູມ ໃຫ້ຜູ້ໂດຍສານໃສ່ຜ້າອັດປາກ-ດັງ  ເວັ້ນໄລຍະຫ່າງ  ແລະ ມາດຕະການປ້ອງກັນການແຜ່ເຊື້ອດ້ານອືື່ນໆທີ່ກຳນົດໄວ້ໃນແຈ້ງການເລກທີ 1494/ຫສນຍ  ຢ່າງເຂັ້ມງວດ ປັດຈຸບັນ ສະຖານີໄດ້ເລັ່ງກະກຽມການອະນາໄມຈຸດບໍລິການ ສະຖານທີ່ຈຸດລົດເຂົ້າຄີວ ເພື່ອຮອງຮັບຜູ້ໂດຍສານ ແລະ ອື່ນໆ ໂດຍຄີວລົດສາຍໃຕ້ຈະເລີ່ມປ່ອຍລົດອອກຈາກສະຖານີແຕ່ເວລາ 5:00 ໂມງເຊົ້າ ຂອງວັນທີ 16 ພະຈິກ 2021 ເປັນຕົ້ນໄປ ສຳລັບລາຍອຽດ ຫຼືຂໍ້ມູນເພີ່ມເຕີມ ທ່ານສາມາດສອບຖາມຂໍ້ມູນກ່ອນການເດີນທາງ ຫຼື ຕາຕະລາງເວລາລົດອອກໄດ້ທີ່ເບີໂທ 020 77766651  ໂດຍຈະມີພະນັກງານໃຫ້ຂໍ້ມູນລາຍລະອຽດຕື່ມອີກ.

.

# ຂ່າວ & ພາບ :  ລັດເວລາ

error: Content is protected !!