ມູນນິທິ ເຊມາອູນສຶ ສະໜັບສະໜູນໂຄງການພັດທະນາຕົວແບບບ້ານໂນນຊາຍ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ມູນນິທິເຊມາອຸນ ສ.ເກົາຫຼີ ກ່ຽວກັບໂຄງການພັດທະນາບ້ານຕົວແບບໄລຍະ 2 ຂອງການພັດທະນາບ້ານຕົວແບບຂອງມູນນິທິເຊມາອຸນ ບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນວັນທີ 12 ພະຈິກ 2021 ທີ່ໂຮງແຮມ ແກຣນໂຮເທວ ວຽງຈັນ ໂດຍການລົງນາມຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ທ່ານ ໂຈ ຈຸນຮີຢອງ ຜູ້ບໍລິຫານມູນນິທິເຊມາອຸນ ປະຈໍາລາວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ເນື່ອງຈາກວ່າໄດ້ມີຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ທາງສໍານັກງານໃຫຍ່ມູນນິທິເຊມາອູນປະຈໍາ ສ. ເກົາຫຼີ ຈຶ່ງໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາຂອງ ສປປ ລາວ ໃນການມີສ່ວນຮ່ວມຂອງປະຊາຊົນ ການອໍານວຍຄວາມສະດວກທາງດ້ານເອກະສານຕ່າງໆຈາກພາກລັດ ກໍຄືຄູ່ຮ່ວມງານທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ສໍານັກງານໃຫຍ່ລະດົມທຶນຈາກແຂວງ ກິຢອງຊັງບຸກ-ໂດ ເມືອງ ຊິວກົກ ເພື່ອສຶບຕໍ່ສະໜັບສະໜູນບ້ານໃໝ່ອີກຕື່ມ 1 ບ້ານ ໂດຍອີງຕາມຫຼັກການ ທາງສໍານັກງານໃຫຍ່ຈະລົງມາສໍາຫຼວດ ແລະ ໃຫ້ການປະເມີນຄັດເລືອກບ້ານໂຄງການ ແຕ່ເນື່ອງຈາກວ່າເກີດການລະບາດຂອງພະຍາດໂຄວິດ-19 ທາງສໍານັກງານໃຫຍ່ຈຶ່ງໄດ້ມອບໜ້າທີ່ໃຫ້ກັບຫ້ອງການມູນນິທິເຊມາອູນປະຈໍາ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ແລະ ສະໜອງຂໍ້ມູນໃຫ້ແກ່ຜູ້ໃຫ້ທຶນເປັນຜູ້ຄັດເລືອກເອົາບ້ານໃໝ່ຄື ບ້ານ ໂນນຊາຍ ຫຼັງຈາກນັ້ນ ຈຶ່ງໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມຂັ້ນຕອນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ວາງອອກ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!