ລາຍລະອຽດຜູ້ເສຍຊີວິດ 3 ຄົນຍ້ອນພະຍາດໂຄວິດ-19

    ທ່ານນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 14 ພະຈິກ 2021 ເຊິ່ງໃຫ້ຮູ້ລາຍລະອຽດກ່ຽວກັບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19ວ່າ:

  • ຜູ້ທີ 1 ເພດຍິງ ອາຍຸ 74 ປີ ອາຊີບແມ່ເຮືອນ ປັດຈຸບັນ ຢູ່ບ້ານ ແລະ ເມືອງວັງວຽງ ແຂວງວຽງຈັນ ມີພະຍາດປະຈໍາຕົວ HTA ກິນຢາປະຈໍາ ປິ່ນຜົວບັນຫາທາງຈິດໄດ້ຫຼາຍປີ ຂາດຢາໄດ້ 10 ປາຍມື້ ຄົນເຈັບໄດ້ຮັບການສັກຢາວັກຊິນ ຈອນສັນ ແອນ ຈອນສັນ ຕິດເຊື້ອຈາກສະມາຊິກໃນຄອບຄົວ ຜົນກວດຢືນຢັນ 7 ພະຈິກ ເວລາ 10:20 ໂມງວັນທີ 8 ພະຈິກ ຜູ້ກ່ຽວເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ ປ່ວງໄບ່ ສື່ສານບໍ່ຮູ້ເລື່ອງ ບໍ່ຫຼັບບໍ່ນອນ ເປັນມາໄດ້ 4 ວັນ ໄຂ້ໄດ້ 2 ວັນ ກ່ອນເຂົ້າມາສູນປິ່ນປົວ GCS: 3-4-4 ວັນທີ 8-13 ພະຈິກ ໄລຍະການປິ່ນປົວ ເຊິ່ງການຕອບສະໜອງຂອງຄົນເຈັບຕໍ່ການປິ່ນປົວບໍ່ດີ ຄົນເຈັບມີອາການຊຸດໂຊມລົງເລື້ອຍໆ ກິນດື່ມບໍ່ໄດ້ ປ້ອນອາຫານຜ່ານທໍ່ ແລະ ບໍ່ຮູ້ສະຕິ ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ ຄົນເຈັບມີພາວະຊັອກ ຄວາມດັນເລືອດຕໍ່າ ແພດໄດ້ສຸມໃສ່ເຊີດຊູເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ ຄົນເຈັບເສຍຊີວິດ.
  • ຜູ້ທີ 2 ເພດຍີງ ອາຍຸ 77 ປີ ອາຊີບ ຜູ້ເຖົ້າ ບ້ານຢູ່ປັດຈຸບັນ ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ພະຍາດປະຈໍາຕົວ ເບົາຫວານ+ໄຂ່ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສ່ເລືອດ ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ ຄອບຄົວມີສະມາຊິກ 6 ຄົນ ວັນທີ 13 ພະຈິກ ເຂົ້າໂຮງໝໍຊູມຊົນປາກກະດິງ ດ້ວຍອາການອິດເມື່ອຍອ່ອນເພຍ ກິນບໍ່ໄດ້ ເວລາ 13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດເຫັນວ່າມາແຕ່ເຂດສ່ຽງ ເລີຍກວດ RDT ຜົນອອກມາ ພົບເຊື້ອໂຄວິດ-19 ເວລາ 15:00 ໂມງ ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6 ເວລາ 17:30 ໂມງ ຜູ້ກ່ຽວໄດ້ເສຍຊິວິດ.
  • ຜູ້ທີ 3 ເພດຍິງ ອາຍຸ 50 ປີ ອາຊີບ ປະຊາຊົນ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄົນເຈັບມີບັນຫາສຸຂະພາບຈິດ ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນພົບເຊື້ອ ແລະ ມື້ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!