ອະດີດການນຳ ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ

    ​ວັນ​ທີ 12 ພະຈິກ 2021 ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຂອງ​ບໍລິສັດ ວຽງ​ຈັນໂລຈິສຕິກພາກ ຈຳກັດ ທີ່ຕັ້ງຢູ່​ເຂດບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ຖືກຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ. 

    ​ໂອກາດການລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ​ຄັ້ງ​ນີ້ບັນດາທ່ານອະດີດການນຳຂັ້ນສູງຂອງລາວ​ ໄດ້​ຮັບ​ຟັງ​​ລາຍ​ງານສະພາບ​ຄວາມ​ເປັນ​ມາ ​ແລະ ການ​ລົງທຶນ​ພັດທະນາ​​ໂຄງການ​ຂອງ​ບໍລິສັດ ຫຼັງຈາກ​ນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ​​ໄດ້ມີຄໍາເຫັນ ກ່ອນອື່ນ ທ່ານໄດ້ສະແດງຄວາມດີໃຈຕໍ່ການພັດທະນາໂຄງການທ່າບົກທ່ານາແລ້ງ ​ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ທີ່ເປັນຮູບປະທໍາເທື່ອລະກ້າວ ແລະ ຄິດວ່າພາຍຫຼັງທີ່ການກໍ່ສ້າງສໍາເລັດ ເຂດດັ່ງກ່າວຈະຊ່ວຍແກ້ໄຂບັນຫາຕ່າງໆສອດຄ່ອງກັບຍຸດທະສາດ ແຜນ ການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນເຫັນວ່າໂຄງການດັ່ງກ່າວມີຄວາມສອດຄ່ອງກັບພາກພື້ນ ແລະ ສາກົນ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຊົມເຊີຍມາຍັງທ່ານ ຈັນທອນ ສິດທິໄຊ ທີ່ເປັນນັກທຸລະກິດໜຸ່ມລາວທີ່ມີແນວຄວາມຄິດ ແລະ ວິໄສທັດກວ້າງໄກໃນການພັດທະນາໂຄງການນີ້ທີ່ ຈະສ້າງຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະເທດຊາດ ຂ້າພະເຈົ້າພ້ອມທີ່ຈະສະໜັບສະໜູນຊ່ວຍເຫຼືອບໍລິສັດ ໃນການພົວພັນປະສານງານກັບພາກລັດ ເພື່ອຊຸກຍູ້ສົ່ງເສີມໂຄງການໃຫ້ມີຜົນສຳເລັດ ນອກນີ້ ທ່ານຍັງໄດ້ໃຫ້ທິດຊີ້ນຳຜູ້ບໍລິຫານບໍລິສັດ ກໍຄືໂຄງການ ຈົ່ງສ້າງຊັບພະຍາກອນມະນຸດໃຫ້ຖືກເປົ້າໝາຍ ເພື່ອມາຮັບໃຊ້ໂຄງການ ໃຫ້ເບິ່ງຄືນ ໂດຍສະເພາະຕ້ອງສຶກສາດ້ານກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຕ່າງໆ ການເຈລະຈາຕໍ່ລອງກັບຕ່າງປະເທດ ພ້ອມນີ້ ບໍລິສັດກໍຕ້ອງຂຽນແຜນໂຄງການແຕ່ລະວຽກໃຫ້ລະອຽດ ເພື່ອໃຫ້ລັດຖະບານ ແລະ ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ກ່ຽວກັບໂຄງການຂອງບໍລິສັດທີ່ພວມຈັດຕັ້ງປະຕິບັດ ໃຫ້ດຳເນີນໄປຢ່າງມີຜົນສຳເລັດຢ່າງຈົບງາມ.  

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!