ຮສສ ປັບປຸງການຈັດຕັ້ງ ແລະ ກຳນົດພະນັກງານນຳພາ

       ກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11-12 ພະຈິກ 2021 ທີ່ສໍານັກງານພະແນກດັ່ງກ່າວເປັນປະທານຂອງທ່ານ ວິລະສັກ ນາມມຸນຕີ ຄະນະປະຈຳພັກ ປະທານຄະນະກວດກາພັກ ນວ ມີທ່ານ ພົງທະວີ ໂຄດໂຍທາ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ຮສສ ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກ ຫົວໜ້າພະແນກ ຮສສ ນວ ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ບັນດາຄະນະນຳພະແນກ ຫົວໜ້າຂະແໜງ ຄະນະສູນ ຄະນະຫ້ອງການປະກັນສັງຄົມ ຄະນະຫ້ອງການກາແດງ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກ ຮສສ ນວ ເຂົ້າຮ່ວມ.

   ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ໃນການແຕ່ງຕັ້ງທ່ານ ສຸດທິໄຊ ສົມພາວັດ ຮອງຫົວໜ້າໜ້າຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ ເປັນຫົວໜ້າຂະແໜງສັງຄົມສົງເຄາະ ທ່ານ ນາງ ຂັນທະລີ ທະວີເງິນ ວິຊາການ ເປັນຮອງຫົວໜ້າຂະແໜງນະໂຍບາຍຕໍ່ຜູ້ມີຜົນງານ ແລະ ທ່ານ ເພັດສະຫວັນ ທິບພະສຸກ ວິຊາການ ເປັນຮອງຫົວໜ້າຂະແໜງສັງຄົມສົງເຄາະ.

   ຈາກນັ້ນ ໃນພິທີໄດ້ຜ່ານມາດຕະຖານລວມ ແລະ ມາດຕະຖານສະເພາະຂອງພະນັກງານນໍາພາ-ຄຸ້ມຄອງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຍືອງມາດຕະຖານດັ່ງກ່າວໃສ່ບຸຄະລາກອນເປົ້າໝາຍ ໂດຍການທາບທາມເປັນສອງຮອບ ທັງນີ້ກໍເພື່ອຮັບປະກັນໃຫ້ໄດ້ພະນັກງານທີ່ມີມາດຕະຖານ ມີລັກສະນະສືບທອດປ່ຽນແທນໃນຕໍ່ໜ້າຕາມລະດັບຄາດໝາຍ ແນໃສ່ເພື່ອປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງວຽກງານຄຸ້ມຄອງພະນັກງານ ແລະ ວຽກງານກໍ່ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃຫ້ຖືກຕ້ອງສອດຄ່ອງຍິ່ງຂຶ້ນ.

 # ຂ່າວ & ພາບ :  ສົມສະຫວັນ

error: Content is protected !!