ລາວ-ໄທ ເພີ່ມການຮ່ວມມືວຽກງານສະມາຄົມນັກຂ່າວ

    ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ (ສຂທ) ໄດ້ຈັດກອງປະຊຸມທະວິພາຄີທາງໄກຜ່ານ Zoom ຂຶ້ນວັນທີ 11 ພະຈິກ 2021 ເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ປະທານ ສຂລ ແລະ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມ ສຂທ ເພື່ອທົບທວນຜົນການຈັດຕັ້ງປະຕິບັດການຮ່ວມມືພາຍໃຕ້ຂອບບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເພີ່ມການສົ່ງເສີມ ແລະ ຂະຫຍາຍຄວາມສໍາພັນທີ່ດີຕໍ່ກັນ ພ້ອມທັງປຶກສາຫາລື ແລະ ການສະໜັບສະໜູນໃນການອົບຮົມອອນລາຍໃຫ້ກັບຜູ້ສື່ຂ່າວຂອງລາວ ແລະ ພັດທະນາປັບປຸງການຮ່ວມມືຂອງ 2 ສະມາຄົມ. 

   ນັບແຕ່ປີ 1990 ເປັນຕົ້ນມາ ສຂລ ໄດ້ພົວພັນຮ່ວມມືກັບ ສຂທ ແຕ່ລະປີ 2 ຝ່າຍໄດ້ຜັດປ່ຽນຢ້ຽມຢາມຄະນະຜູ້ແທນ ແລກປ່ຽນດ້ານວິຊາການໂດຍຜ່ານການຈັດກອງປະຊຸມຫົວຂໍ້ຕ່າງໆ ໂດຍນຳໃຊ້ສື່ທັງແບບເກົ່າ ແລະ ແບບໃໝ່ ຮ່ວມກັນລິເລີ່ມຈັດຕັ້ງປະຕິບັດໂຄງການທັດສະນະສຶກສາເພື່ອຮຽນຮູ້ວັດທະນະທຳ 2 ປະເທດ ລະຫວ່າງນັກໜັງສືພິມລາວ-ໄທ ແລະ ນັກຂ່າວບັນດາປະເທດສະມາຊິກອາຊຽນຄື:

    ປີ 2018 ໂອກາດປີທ່ອງທ່ຽວລາວ-ໄທ ສອງຝ່າຍໄດ້ລິເລີ່ມຮ່ວມກັນໂຄງການຢ້ຽມຢາມຂອງນັກຂ່າວອາຊຽນ ເພື່ອມາທ່ອງທ່ຽວຮຽນຮູ້ວັດທະນະທໍາຂອງລາວ ແລະ ໄທ ເພື່ອຂຽນບົດຂ່າວຊ່ວຍໂຄສະນາໃຫ້ແຕ່ລະປະເທດສະມາຊິກອາຊຽນ ກຄືໂລກໄດ້ຮູ້ຈັກ 2 ປະເທດຫຼາຍຂຶ້ນກ່ວາເກົ່າ.

   ສ່ວນລະດັບທ້ອງຖິ່ນ ນັບແຕ່ປີ 2015 ເປັນຕົ້ນມາ ສຂລ ມີການພົວພັນຮ່ວມມືກັບສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາວິທະຍາເຂດແຂວງເພັດສະບູນ ເພື່ອແລກປ່ຽນຢ້ຽມຢາມລະຫວ່າງຄະນະຜູ້ແທນ 3 ຝ່າຍ ລວມທັງລະຫວ່າງບັນດານັກຂ່າວ-ນັກວິຊາການຂອງທັງ 3 ຝ່າຍໃນແຕ່ລະປີ ນອກນີ້ 3 ຝ່າຍໃນລະດັບຕ່າງໆ ແລະ ການແລກປ່ຽນທາງດ້ານວິຊາການແລ້ວ ສະມາຄົມນັກຂ່າວ ວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາວິທະຍາເຂດແຂວງດັ່ງກ່າວ ຍັງຊ່ວຍມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວປີລະ 10-15 ທຶນ ເພື່ອໄປສຶກສາຮຽນຕໍ່ທີ່ສະຖາບັນການພາລະສຶກສາວິທະຍາເຂດແຂວງເພັດສະບູນ ໃນຂະແໜງສື່ສານການກີລາລະດັບປະລິນຍາຕີ ປີ 2019 ສຂລ ໄດ້ຈັດສົ່ງນັກຮຽນລາວໄປຮຽນຕໍ່ທີ່ສະຖາບັນດັ່ງກ່າວ 3 ຊຸດ ແຕ່ປັດຈຸບັນ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ນັກຮຽນ-ນັກສຶກສາເຮົາໄດ້ກັບຄືນປະເທດສືບຕໍ່ຮຽນຢູ່ລາວຜ່ານລະບົບອອນລາຍ.

   ສໍາລັບປີຕໍ່ໄປ ສຂລ ຈະປະສານສົມທົບກັບ ສຂທ ​ເພີ່ມ​ທະວີ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່​ມວນ​ຊົນລະດັບຕ່າງໆ ໂດຍຜ່ານໂຄງການຕ່າງໆທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດຮ່ວມກັນມາແລ້ວ ລວມທັງສະໜັບສະໜູນ​ ແລະ​ ຊຸກຍູ້​​ໂຄງການໃໝ່ ໃນນີ້ ໂຄງການແລກປ່ຽນການຢ້ຽມຢາມຂອງລະດັບການນຳ ແລະ ລະດັບນັກຂ່າວ-ນັກສື່ມວນຊົນ ເພື່ອຖອດຖອນບົດຮຽນທາງດ້ານວິຊາການ ໂດຍຜ່ານກອງປະຊຸມ ແລະ ເຝິກອົບຮົມໃນຫົວຂໍ້ຕ່າງໆ​ ນໍາໃຊ້ສື່ແບບໃໝ່ໃນການລາຍງານຂ່າວ ແລະ ການສ້າງຜະລິດຕະພັນໃໝ່ ການແລກປ່ຽນບົດຮຽນຕົວຈິງໃນການເຮັດວຽກຜະລິດຂ່າວທ່າມກາງສະຖານະການການແຜ່ລະບາດຂອງພະຍາດໂຄວິດໃນແຕ່ລະປະເທດ ລວມທັງການຫາລາຍໄດ້ດ້ວຍຫຼັກການຕະຫຼາດແບບໃໝ່ອອນລາຍ ທັງນີ້ກໍເພື່ອເພີ່ມທະວີມິດຕະພາບ​ຄວາມ​ເຂົ້າ​ໃຈເຊິ່ງກັນ ແລະ ​ກັນ​​ລະຫວ່າງສື່ ກໍຄື​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ເລິກເຊິ່ງກ່ວາເກົ່າ.

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!