ມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້

     ພິທີມອບ-ຮັບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງອຸດສາຫະກໍາ – ການຄ້າ ແລະ ກະຊວງກະສິກຳ – ປ່າໄມ້ ຈັດຂຶ້ນວັນທີ 11 ພະຈິກ 2021 ທີ່ກະຊວງກະສິກຳ ແລະ ປ່າໄມ້ ກ່າວມອບໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກ່າວຮັບໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ບັນດາຮອງລັດຖະມົນຕີ ຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງຈາກສອງກະຊວງດັ່ງກ່າວເຂົ້າຮ່ວມ.

    ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ໃນຜ່ານມາ ແມ່ນຢູ່ໃນຄວາມຮັບຜິດຊອບຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງວຽກງານດັ່ງກ່າວ ກໍເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການພັດທະນານຳເອົາວັດຖຸດິບມາເຂົ້າໂຮງງານເພື່ອປຸງແຕ່ງເປັນສິນຄ້າຈຳໜ່າຍພາຍໃນ ແລະ ສົ່ງອອກຕະຫຼາດຕ່າງປະເທດ ເຊິ່ງການຈັດຕັ້ງປະຕິບັດໄປໄດ້ດີ ເຮັດໃຫ້ຫຼາຍສິນຄ້າສາມາດສົ່ງອອກສ້າງລາຍຮັບເປັນຕົ້ນ ວັດຖຸດິບໄມ້ມາປຸງແຕ່ງເປັນເຟີນີເຈີ ແລະ ຜະລິດຕະພັນສຳເລັດຮູບເພື່ອສົ່ງອອກ ສ້າງມູນຄ່າເພີ່ມ ນອກນີ້ຍັງມີສິນຄ້າປະເພດເຂົ້າ ພືດ ສັດລ້ຽງ ແລະ ອື່ນໆ ແຕ່ຄຽງຄູ່ກັບຜົນສຳເລັດນັ້ນ ຍັງມີຂໍ້ຄົງຄ້າງ ສິ່ງທ້າທາຍຍ້ອນວ່າວັດຖຸດິບຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ແຕ່ເວລາມາປຸງແຕ່ງເປັນສິນຄ້າ ພັດຢູ່ໃນຄວາມຮັບຜິດຂອງກະຊວງອຸດສາຫະກຳ ແລະ ການຄ້າ ການເຮັດວຽກ ມີບາງຄັ້ງບໍ່ຈອດ ແລະ ບໍ່ກົມກຽວກັນ ດັ່ງນັ້ນ ການມອບວຽກນີ້ໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນຜູ້ຮັບຜິດຊອບທັງໝົດ ຈະເປັນອັນດີໃນອະນາຄົດ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ການຜັນຂະຫຍາຍວາລະແຫ່ງຊາດ ອັນສຳຄັນໜຶ່ງອີກ ຕໍ່ໄປເປີດເສັ້ນທາງລົດໄຟລາວ-ຈີນ ຈະເຮັດໃຫ້ພວກເຮົາມີທ່າແຮງໃນການສົ່ງສິນຄ້າໄປຍັງປະເທດອ້ອມຂ້າງ ໂດຍສະເພາະ ໄປຈີນ ແລະ ເອີຣົບ ດັ່ງນັ້ນ ພວກເຮົາຕ້ອງປັບປຸງວຽກງານນີ້ໃຫ້ມີຄວາມເຂັ້ມແຂງ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ ແລະ ຫົວໜ່ວຍທຸລະກິດຜະລິດສິນຄ້າສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ ແລະ ເຊື່ອໝັ້ນວ່າ ວຽກງານນີ້ຈະປະສົບຜົນສຳເລັດເປັນກ້າວໆ.

    ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ພາຍຫຼັງທີ່ໄດ້ຮັບເອົາວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ມາຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ແລ້ວ ຈະໄດ້ນຳພາພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການໃນການຊຸກຍູ້ສົ່ງເສີມວຽກງານນີ້ໃຫ້ໄປໄດ້ດີ ແລະ ມີຜົນສຳເລັດ ເປັນຕົ້ນ ຈະໄດ້ມີການຄຸ້ມຄອງ ການພັດທະນາ ການຜະລິດ ແລະ ການປຸງແຕ່ງຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ມີຄຸນະພາບ ເພື່ອເຮັດໃຫ້ສິນຄ້າຂອງລາວເຮົາໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ.  

    # ຂ່າວ & ພາບ :  lສົມສະຫວັນ

error: Content is protected !!