ວັນທີ 9 ພະຈິກ 2021 ປກສ ກຸ່ມບ້ານໄຊ ໄດ້ສົມທົບກັບ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແກ້ໄຂຈຸດມົ້ວສຸມຢາເສບຕິດປະເພດຢາບ້າຢູ່ບ້ານດົງໝາກຄາຍ ໜ່ວຍ 30 ກັກຕົວເປົ້າໝາຍ 5 ຄົນ ພ້ອມຂອງກາງຢາບ້າ 163 ເມັດ ແລະ ຢາໄອສ໌ 5 ຖົງ ມາດຳເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ຮູ້ຊື່ທ້າວ ຄໍາຮູ້ ອາຍຸ 30 ປີ ພົບຂອງກາງຢາບ້າ 45 ເມັດ ແລະ ໄອສ໌ 5 ຖົງນ້ອຍ ແລະ ທ້າວ ຕ້ອມ ອາຍຸ 22 ປີ ພົບຂອງກາງຢາບ້າ 118 ເມັດ ທັງ 2 ເປັນປະຊາຊົນບ້ານດົງໝາກຄາຍ ເມືອງໄຊທານີ ແລະ ອີກ 3 ຄົນ ໃນຂະນະທີ່ເຈົ້າໜ້າທີ່ເຂົ້າກວດຄົ້ນບໍ່ພົບຂອງກາງ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຶກສາອົບຮົມເຮັດບົດບັນທຶກປະຫວັດການເຄື່ອນໄຫວ ແລ້ວມອບໃຫ້ຜູ້ປົກຄອງຮັບປະກັນຕິດຕາມ ຄວບຄຸມພຶດຕິກໍາຕໍ່ໄປ.
ສໍາລັບທ້າວ ຄໍາຮູ້ ແລະ ທ້າວ ຕ້ອມ ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ນໍາສົ່ງຕົວໃຫ້ກອງບັນຊາການ ປກສ ເມືອງໄຊທານີ ເພື່ອສືບຕໍ່ຂະຫຍາຍຜົນສືບຄົ້ນຫາກຸ່ມແກ້ງ ພັກພວກຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.
# ຂ່າວ & ພາບ : lສົມສະຫວັນ