ຄະນະສະເພາະກິດ ກຳນົດແນວທາງປິ່ນປົວໃໝ່ ອະນຸຍາດໃຫ້ຜູ້ຕິດເຊື້ອໂຄວິດ-19ທີ່ບໍ່ມີອາການ ປິ່ນປົວຢູ່ເຮືອນ


   ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ໜ້າທີການ ກະຊວງສາທາລະນະສຸກໄດ້ລາຍງານໃນວັນທີ 12 ພະຈິກ 2021 ໃຫ້ຮູ້ວ່າ: ໃນສະພາບທີ່ການຕິດເຊື້ອຍັງມີຫຼາຍຕໍ່ເນື່ອງເຊັ່ນນີ້ ເພື່ອ ຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອ ມີອາການຮຸນແຮງ ຫຼື ຄົນພິເສດອື່ນ ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ-19 ເຊັ່ນ ກຸ່ມທີ່ຕິດເຊື້ອບໍ່ມີອາການ ກຸ່ມຕິດເຊື້ອມີອາການເບົາບາງ ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້  ກະຊວງສາທາໄດ້ສ້າງທິມແພດພິເສດ ເພື່ອດູແລຄົນຕິດເຊື້ອທີ່ປີ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທລະສັບຜ່ານສາຍດ່ວນ 164 ຊື່ງເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.

     ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ: ມີຫ້ອງສໍາລັບແຍກປ່ຽວຄົນຕິດເຊື້ອ ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອ ພ້ອມທັງບໍ່ມີປັດwຈສ່ຽງອື່ນທີ່ເປັນຂໍ້ຫ້າມ.

# ຂ່າວ & ພາບ :  ເພັດສະໝອນ  

error: Content is protected !!