ຖວທ ໄຊເສດຖາ ຕິດຕາມການປະຕິບັດມາດຕະການຂອງຫົວໜ່ວຍທຸລະກິດ

    ທ່ານ ພຸດທະສອນ ໄຊສົງຄາມ ຫົວໜ້າຫ້ອງການ ຖວທ ເມືອງໄຊເສດຖາ ໃຫ້ສໍາພາດວັນທີ 5 ພຶດສະພາ 2020 ທີ່ຫ້ອງການ ຖວທ ເມືອງດັ່ງກ່າວວ່າ: ໄລຍະຜ່ານມາ ຫ້ອງການ ຖວທ ເມືອງຂອງພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ໂດຍໄດ້ແບ່ງເປັນສອງຈຸຜັດປ່ຽນກັນປະຈໍາການ ໃນນີ້ແຕ່ລະຈຸປະຈໍາການຕ້ອງໄດ້ສົມທົບກັບຄະນະສະເພາະກິດຂັ້ນເມືອງ ລົງຕິດຕາມກວດກາບັນດາທຸລະກິດຕ່າງໆພາຍໃນເມືອງ ເພື່ອແນະນໍາ ຕິດຕາມກວດກາໃຫ້ບັນດາຫົວໜ່ວຍທຸລະກິດພາຍໃນເມືອງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

    ປັດຈຸບັນ ພວກເຮົາໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 524/ຫສນຍ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ວັນທີ 4-17 ພຶດສະພາ ໃນນີ້ ກະຊວງ ຖວທ ກໍອອກແຈ້ງການສະບັບເລກທີ 143/ຖວທ ລົງວັນທີ 3 ພຶດສະພາ 2020 ເພື່ອຜັນຂະຫຍາຍແຈ້ງການເລກທີ 524/ຫສນຍ.

   ໂດຍອີງຕາມແຈ້ງການດັ່ງກ່າວ ຫ້ອງການ ຖວທ ເມືອງໄຊເຊສດຖາ ໄດ້ສົມທົບກັບຄະນະສະເພາະກິດ ກໍຄືອໍານາດການປົກຄອງບ້ານພາຍໃນເມືອງ ລົງຕິດຕາມເບິ່ງການຈັດຕັ້ງປະຕິບັດມາດຕະການປ້ອງກັນ ເປັນຕົ້ນການວັດແທກອຸນຫະພູມ ເຈວລ້າງມື ຮັກສາໄລຍະຫ່າງໃຫ້ກັບລູກຄ້າໃຫ້ກັບບັນດາຫົວໜ່ວຍທຸລະກິດທີ່ອະນຸຍາດໃຫ້ເປີດບໍລິການ ເປັນຕົ້ນ ຮ້ານອາຫານ ໂຮງແຮມ ເຮືອນພັກ ຮ້ານກາເຟ ແລະ ຮ້ານເສີມສວຍ ພ້ອມນັ້ນຍັງໄດ້ແນະນໍາໃຫ້ຫົວໜ່ວຍທຸລະກິດທີ່ບໍ່ອະນຸຍາດໃຫ້ເປີດບໍລິການ ໃຫ້ພ້ອມກັນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າບັນດາຫົວໜ່ວຍທຸລະກິດພາຍໃນເມືອງໄດ້ເອົາໃຈໃສ່ປະຕິບັດມາດຕະການຂອງຂັ້ນເທິງວາງອອກເປັນຢ່າງດີ ແລະ ຍັງມີບາງຮ້ານອາຫານແມ່ນຂາຍຢູ່ສະເພາະໜ້າຮ້ານ.

    ທ່ານ ພຸດທະພອນ ໄຊສົງຄາມ ໃຫ້ຮູ້ຕື່ມອີກວ່າ: ແຜນຕໍ່ໜ້າ ຈະເອົາໃຈໃສ່ປະຕິບັດແຈ້ງການຂອງຂັ້ນເທິງ ພ້ອມທັງເອົາໃຈໃສ່ໃນການຕິດຕາມກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດພາຍໃນເມືອງຢ່າງເຂັ້ມງວດ ແລະ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ການນໍາພັກ-ລັດ ກໍຄືອົງການປົກຄອງເມືອງ ແລະ ພະແນກ ຖວທ ເມືອງໄຊເສດຖາ ທີ່ໄດ້ໃກ້ຊິດຕິດແທດໃຫ້ການຊີ້ນໍາຢ່າງບໍ່ລົດລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິຜົນ ນອກນີ້ ຂໍຮຽກຮ້ອງມາຍັງຫົວໜ່ວຍທີ່ເປີດໃຫ້ບໍລິການ ໃຫ້ພ້ອມກັນປະຕິບັດມາດຕະການເຝົ້າລະວັງພະຍາດໂຄວິດ-19 ຕື່ມອີກ ເພື່ອໃຫ້ປະເທດເຮົາບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນ.

error: Content is protected !!