ກອງປະຊຸມໂຕະມົນປະຈໍາປີ 2021 ຜ່ານລະບົບທາງໄກໜ່ວຍງານຂະແໜງການ ຊສ

    ໜ່ວຍງານຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມໂຕະມົນປະຈໍາປີ 2021 ຜ່ານລະບົບທາງໄກ ຂຶ້ນວັນທີ 10 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ທ່ານ Christina Seeberg-Elverfeldt ຜູ້ຮັບຜິດຊອບວຽກງານຮ່ວມມືເພື່ອການພັດທະນາ ສະຖານທູດເຢຍລະມັນ ປະຈໍາ ລາວ ແລະ ທ່ານ Maurice Andres Rawlins ຫົວໜ້າທີມງານດ້ານສິ່ງແວດລ້ອມ/ຊ່ຽວຊານດ້ານສິ່ງແວດລ້ອມ ທະນາຄານໂລກ ປະຈໍາ ລາວ ມີຜູ້ຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ບັນດາສະຖານທູດ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນກ່ຽວຂ້ອງກັບການດໍາເນີນວຽກງານທີ່ຕິດພັນກັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມເຖິງ ຜູ້ຕາງໜ້າຈາກໜ່ວຍງານຂະແໜງການຕ່າງໆເຂົ້າຮ່ວມ.

    ກອງປະຊຸມ ໄດ້ເນັ້ນໃສ່ການລາຍງານ  ແລະ  ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາ ພາຍໃຕ້ ໜ່ວຍງານຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງໄດ້ລາຍງານຜົນສໍາເລັດຂອງບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດໃນ 1 ປີ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ປະທານ ແລະ ປະທານຮ່ວມ ໄດ້ສະແດງຄວາມຊົມເຊີຍມາຍັງຂະແໜງການ ແລະ ຂະແໜງການຍ່ອຍທີ່ໄດ້ສ້າງຜົນສໍາເລັດອັນສໍາຄັນໃນຊ່ວງໜຶ່ງປີຜ່ານມາ  ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມພັດທະນາຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນໃນການປັບປຸງ ແລະ ເສີມຂະຫຍາຍວຽກງານຕ່າງໆໂດຍສະເພາະບັນດາສິ່ງທ້າທາຍຕ່າງໆ.

    ນອກນັ້ນ ກອງປະຊຸມຍັງໄດ້ຖືໂອກາດເພື່ອລາຍງານກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນການ 5 ປີ (2016-2020) ຂອງ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ເຊິ່ງຢູ່ພາຍໃຕ້ ແຜນພັດທະ ນາເສດຖະກິດ-ສັງຄົມ ຄັ້ງທີ 8 (2016-2020) ແລະ ນໍາສະເໜີ ແຜນການ 5 ປີ ຕໍ່ໜ້າຂອງຂະແໜງ ຊສ (2021-2025) ແລະ ບັນດາທິດທາງພາຍໃຕ້ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 (2021-2025) ຂອງ ຂະແໜງ ຊສ ເພື່ອຍົກໃຫ້ເຫັນເຖິງພາລະບົດບາດ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນວຽກງານຂົງເຂດບູລິມະສິດຂອງ ກຊສ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!