ຮ່ວມສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

    ວັນທີ 11 ພະຈິກ 2021 ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ທີ່ໜ້າຝາຍນ້ຳແກນ ບ້ານແທ່ນຄໍາ ໂດຍເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ມີທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ວມດ້ວຍຄະນະນຳຂອງເມືອງ ຫົວໜ້າ ຮອງຫົວໜ້າຫ້ອງການ ຫົວໜ້າກອງບັນຊາການ ທະຫານ-ຕຳຫຼວດ ພະນັກງານ ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ທ່ານ ຈັນເພັງ ອູ່ທອງຄຳ ໄດ້ກ່າວບາງຕອນວ່າ: ພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ ທີ 3 ພະຈິກ ວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ແລະ ວັນເປີດການຂະບວນການຜະລິດລະດູແລ້ງ ທີ 15 ພະຈິກ ເຊິ່ງພັກ ແລະ ລັດຖະບານຂອງພວກເຮົາໄດ້ໃຫ້ຄວາມສຳຄັນ ໄດ້ຖືເອົາ 3 ວັນດັ່ງກ່າວ ເປັນວັນສຳຄັນຂອງຊາດລາວ ເພື່ອເປັນການກະຕຸກຊຸກຍູ້ໃຫ້ປະຊາຊົນສຸມໃສ່ການປູກພຶດລະດູແລ້ງໃຫ້ເປັນຂະບວນການຢ່າງກວ້າງຂວາງຟົດຟື້ນ ແລະ ລົງເລິກເຖິງຮາກຖານການຜະລິດໃຫ້ໄປຕາມແນວທາງນະໂຍບາຍຂອງພັກ-ລັດ.

    ທົ່ວເມືອງມີຊົນລະປະທານທັງໝົດ 113 ແຫ່ງ ໃນນີ້ ຖາວອນ 51 ແຫ່ງ ແລະ ປະຖົມປະຖານ 62 ແຫ່ງ ສາມາດສະໜອງນ້ຳເຂົ້າໃສ່ການຜະລິດລະດູຝົນໄດ້ 1.430,94 ເຮັກຕາ ແລະ ລະດູແລ້ງ 877,5 ເຮັກຕາ. ປັດຈຸບັນ ມີກຸ່ມຜູ້ຊົມໃຊ້ນ້ຳທັງໝົດ 44 ກຸ່ມ ແລະ ມອບໂອນແລ້ວ 22 ກຸ່ມ. ຄຽງຄູ່ກັບການເກັບກູ້ຜົນຜະລິດລະດູຝົນແລ້ວ ຊາວກະສິກອນຢູ່ເມືອງຫົງສາ ຍັງຈະໄດ້ສຸມໃສ່ປູກພືດລະດູແລ້ງໃຫ້ໄດ້ 984 ເຮັກຕາ ປັດຈຸບັນ ທົ່ວເມືອງ ມີຝຸງສັດລ້ຽງທັງໝົດ 336.136 ໂຕ ໃນນີ້ ມີຄວາຍ 2.763 ໂຕ ຊ້າງ 13 ໂຕ ງົວ 12.995 ໂຕ ໝູ 13.876 ໂຕ ແບ້ 3.398 ໂຕ ແລະ ສັດປີກ 301.260 ໂຕ.

    ໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ກໍຄືພໍ່ແມ່ປະຊາຊົນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ ເປັນຕົ້ນ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາລະບົບຊົນລະປະທານໃຫ້ຍືນຍົງ ຕ້ອງມີການອະນາໄມລະບົບຄອງເໝືອງ ກວດກາອາຄານຫົວງານຕ່າງໆ ກຽມພ້ອມທຸກດ້ານ ແນໃສ່ຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດລະດູແລງປີນີ້ໃຫ້ບັນລຸຕາມແຜນການ ແລະ ພ້ອມກັນສັກຢາກັນພະຍາດສັດລ້ຽງທຸກປະເພດໃຫ້ຄົບຖ້ວນ ແລະ ຂໍໃຫ້ວຽກງານດັ່ງກ່າວນີ້ ເປັນຄວາມຮັບຜິດຊອບຂອງອົງການປົກຄອງທຸກຂັ້ນ ແລະ ປວງຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດ ພາຍຫຼັງສຳເລັດພິທີເປັນທາງການແລ້ວ ບັນດາທ່ານທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນຮ່ວມສັກຢາປ້ອງກັນພະຍາດສັດລ້ຽງປະເພດງົວ-ຄວາຍ ໃນພິທີ ຈຳນວນ 146 ໂຕ ໃນນີ້ ຄວາຍ 52 ໂຕ ແລະ ງົວ 94 ໂຕ ທັງນີ້ ເພື່ອສັກປ້ອງກັນພະຍາດເຕົ້າໂຮມເລືອດງົວ-ຄວາຍ ແລະ ຢາປ້ອງພະຍາດປາກເປື່ອຍລົງເລັບ.

# ຂ່າວ & ພາບ :  ບຸນມີ

error: Content is protected !!